ປັດໄຈພາຍນອກ ຫຼື ABIOTIC FACTORS:
- ເປັນອົງປະກອບທີ່ຈຳເປັນຕໍ່ກັບການພັດທະນາການປູກເຂົ້າ ແລະ ການປ່ຽນແປງຕາມການເວລາ (ປີ, ເດືອນ, ລະດູການ…) ແລະ ໄລ ຍະຫ່າງ (ເຂດນິເວດທີ່ຕ່າງກັນ….) ແລະ ສົ່ງຜົນກະທົບຕໍ່ປັດໄຈຊີວະ ພາບເຊັ່ນ: ການຈະເລີນເຕີບໂຕຂອງຕົ້ນເຂົ້າ, ການລະບາດຂອງແມງ ໄມ້ສັດຕູພືດ ແລະ ພະຍາດຕ່າງໆ, …
- ສິ່ງມີຊີວິດຈຸລິນຊີທີ່ແຕກຕ່າງກັນຕ້ອງການປັດໄຈພາຍນອກເພື່ອດຳລົງຊີວິດ. ສິ່ງມີຊີວິດຈຸລິນຊີຕ່າງໆມີລຳດັບຄວາມທົນທານທີ່ແຕກ ຕ່າງກັນສຳລັບປັດໄຈພາຍນອກທີ່ແຕກຕ່າງກັນ.
- ເຖິງວ່າຈະຕັດສິນໃຈວ່າສິ່ງມີຊີວິດໃດຈະຢູ່ລອດໃນລະບົບນິເວດໃດ ໜຶ່ງ ແລະ ຈຳນວນຂອງພວກມັນທີ່ຈະສາມາດມີຊີວິດຢູ່ຕໍ່ໄປໄດ້.

ຊະນິດການປະຕິສຳພັນກັນລະຫວ່າງປັດໄຈຊີວະພາບ:
- ຄວາມສຳພັນແບບຍາດແຍ່ງ: ແມ່ນການແຂ່ງຂັນລະຫວ່າງ 2 ຫຼື ຫຼາຍຊະນິດຂຶ້ນໄປ ເພື່ອອາຫານ, ພື້ນທີ່ຢູ່ອາໄສ… ເປັນຜົນໃຫ້ຊະນິດພັນນີ້ທຳລາຍຊະນິດພັນອື່ນໆ. ໃນລະບົບນິເວດນາເຂົ້າ ຕົ້ນເຂົ້າຈະຍາດແຍ່ງກັບຫຍ້າສັດຕູພືດເພື່ອໃຫ້ໄດ້ທາດອາ ຫານ: ດິນ, ນ້ຳ, ແສງແດດ … ຖ້າຫາກວ່າຫຍ້າຈະເລີນເຕີບໂຕໄດ້ດີ ຕົ້ນເຂົ້າກໍຈະແຂງ ແຮງນ້ອຍລົງ.
- ຄວາມສຳພັນແບບຊີວະພາບ: ໃນລະບົບນິເວດຂອງນາເຂົ້າ ມີສິ່ງມີຊີວິດຂະຫນາດ ນ້ອຍ ຈຳພວກ symbiotic cyanobacteria ທີ່ອາໄສຮ່ວມກັບຜັກຕົບນ້ຳ (Azollaceae) ເພື່ອຮັກສາທາດ nitrogen ທີ່ຈຳເປັນຕໍ່ການປູກເຂົ້າ.
- ຄວາມສຳພັນກັນແບບພືດກາຝາກ: ການປະຕິສຳພັນກັນລະຫວ່າງຊະນິດພັນທີ່ ອາໄສໃນສິ່ງມີຊີວິດອື່ນສາມາດເປັນອັນຕະລາຍ ແລະ ຂ້າເຈົ້າບ້ານໄດ້ (ເຊື້ອລາ, ບັກເຕີຣີ ທີ່ເປັນອັນຕະລາຍຕໍ່ເຂົ້າ).
- ຄວາມສຳພັນແບບຜູ້ລ່າ/ແມງໄມ້ສັດຕູພືດກາຝາກ: ມີປັດໄຈຫຼັກສອງປະການໃນລະ ບົບນິເວດຂອງເຂົ້າ ເຊິ່ງໄດ້ແກ່ປັດໄຈດ້ານຊີວະພາບເຊັ່ນ: ຕົ້ນເຂົ້າ, ແມງໄມ້, ຈຸລິນຊີ ແລະ ສັດອື່ນໆ… ແລ ະປັດໄຈສິ່ງບໍ່ມີຊີວິດ/ພາຍນອກປະກອບດ້ວຍ: ດິນ, ນ້ຳ, ແສງ ແດດ, ອຸນຫະພູມ, ຄວາມຊຸ່ມຊື່ນ, ນ້ຳຝົນ, ປັດໄຈອົງຄະທາດ ແລະ ທາດອະນົງ ຄະທາດຕ່າງໆ… ແລະ ພວກມັນປະຕິສໍາພັນເຊິ່ງກັນ ແລະ ກັນເພື່ອປ່ຽນຮູບລະ ບົບນິເວດໃນທຳມະຊາດ.

- ໃນລະບົບນິເວດຂອງນາເຂົ້າ ມີແມງໄມ້ສັດຕູພືດຈຳນວນຫຼາຍທີ່ເກີດຂຶ້ນ ໃນທຸກໄລຍະ ຂອງການປູກເຂົ້າໄດ້ແກ່: ສັດຕູພືດ, ແມງໄມ້ສັດຕູພືດ, ພະຍາດ, ໜູ ແລະ ຫອຍ. ໂດຍປົກກະຕິ, ຄວາມສຳພັນກັນ ລະຫວ່າງ ຕົ້ນເຂົ້າ-ແມງໄມ້ສັດຕູພືດ-ສັດຕູຕາມ ທຳມະຊາດ ເຮັດໃຫ້ເກີດຄວາມສົມດຸນໃນລະບົບນິເວດຂອງເຂົ້າ ເນື່ອງຈາກສັດຕູຕາມ ທຳມະຊາດອາດຄວບຄຸມປະຊາກອນຂອງແມງໄມ້ສັດຕູພືດຕ່າງໆໃຫ້ຕ່ຳກວ່າລະດັບ ຄວາມເສຍຫາຍໂດຍການເປັນຜູ້ລ້າ ຫຼື ເປັນກາຝາກບຽດບຽນໃນຮ່າງກາຍເຈົ້າບ້ານ (ຕົວຢ່າງ: ແມງມຸມ Lycosa, ແມງມຸມໝາປ່າ, ດ້ວງກົ້ນຊີ້, ດ້ວງດິນ… ຫຼື ພວກກາ ຝາກ) ທີ່ປ້ອງກັນການລະບາດຂອງແມງໄມ້ສັດຕູພືດ.
- ໂດຍທົ່ວໄປແລ້ວ ສັດຕູຕາມທຳມະຊາດມີສ່ວນໃນການປ້ອງກັນ ແລະ ກໍາຈັດສັດຕູເຂັ້າ ແບບປະສົມປະສານ ແມ່ນມີຄວາມສຳຄັນຫຼາຍໃນການເຮັດໃຫ້ຄວາມຫຼາກຫຼາຍທາງ ຊີວະນາໆພັນໃນລະບົບນິເວດນາເຂົ້າ. ຄວາມສຳພັນກັນລະຫວ່າງຜູ້ລ່າ, ແມງໄມ້ກາ ຝາກ ແລະ ແມງໄມ້ສັດຕູພືດແມ່ນມີຄວາມສຳຄັນຫຼາຍ. ໃນທຳມະຊາດ, ຜູ້ລ່າ/ກາຝາກ ມັກມີແນວໂນ້ມໃນການຈຳກັດແມງໄມ້ສັດຕູພືດຢູ່ສະເໝີ ເພື່ອສ້າງຄວາມສົມດຸນ ໃນລະບົບນິເວດ. ດັ່ງນັ້ນ, ພວກມັນຕ້ອງໄດ້ຮັບການປົກປ້ອງໂດຍນຳໃຊ້ວິສະວະກຳນິ ເວດວິທະຍາ ແລະ ຫຼຸດການໃຊ້ຢາຂ້າແມງໄມ້, ນຳໃຊ້ຢາໂດຍມີການເລືອກເຟັ້ນ ແລະໂດຍສະເພາະຢ່າງຍິ່ງແມ່ນຢາຂ້າແມງໄມ້ແບບຊີວະພາບ

ໂຄງຮ່າງຫຼັກສູດ
ໂຄງຮ່າງຫຼັກສູດ