• ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
ຫຼັກສູດທັງໝົດ ການຄຸ້ມຄອງສັດຕູພືດ ການປ້ອງກັນພືດແບບ ປະສົມປະສານ (IPM)

ລະບົບນິເວດຂອງເຂົ້າ

ລະບົບນິເວດເຂົ້າ ແມ່ນເປັນຊຸມຊົນທາງຊີວະວິທະຍາຂອງສິ່ງມີຊີວິດ (ເຊັ່ນ: ພືດ, ສັດ ແລະ ຈຸລະຊີບ) ປະຕິສຳ ພັນເຊິ່ງກັນແລະກັນ ແລະ ສິ່ງແວດລ້ອມບໍ່ມີ ຊີວິດຕ່າງໆ (ອາກາດ, ພື້ນດິນ, ແສງແດດ, ດິນ, ສະພາບອາກາດ, ອຸ່ນຫະພູມ, ນໍ້າ ຯລຯ). ສິ່ງມີຊີວິດທີ່ເອີ້ນວ່າ ປັດໄຈຊີວະພາບ ແລະ ສິ່ງ ບໍ່ມີຊີວິດແມ່ນປັດໄຈອະຊີວະພາບ (ທາດແຮ່ຈ່ານຕ່າງໆ)

ລະບົບນິເວດເຂົ້າເປັນພື້ນທີ່ທີ່ປູກຕົ້ນເຂົ້າ. ໂດຍປົກກະຕິແລ້ວ ຂຶ້ນຢູ່ກັບຄວາມຮູ້ກ່ຽວກັບການສຶກສາແຫຼ່ງນ້ຳຂອງພື້ນທີ່ການເຮັດນາ ສະພາບແວດລ້ອມຂອງເຂົ້າສາມາດແຍກປະເພດອອກເປັນ 4 ປະເພດຄື:

ລະບົບນິເວດເຂົ້າໄຮ່ພູສູງທີ່ອາໄສນ້ຳຝົນ ທີ່ປູກໃນເຂດພື້ນພູດອຍ (ພາຍໃຕ້ສະພາບແຫ້ງແລ້ງບໍ່ມີລະບົບຊົນລະປະທານ), ເມັດພັນຈະ ຖືກຫວ່ານ ຫຼື ບໍ່ກໍຊັກໃສ່ດິນແຫ້ງໆກ່ອນລະດູຝົນ. ໃນດິນຍັງເມັດພືດ ອື່ນໆຢູ່ລະຫວ່າງລະດູການການປູກຝັ່ງ, ໂດຍປົກກະຕິແລ້ວສຳລັບ ພືດຊະນິດໜຶ່ງທີ່ໃຫ້ຜົນຜະລິດຂ້ອນຂ້າງຕ່ຳ ແລະ ຫຼາຍໆປັດໄຈທີ່ຈຳ ກັດຜົນການຜະລິດປະກອບກັບໄພແຫ້ງແລ້ງ ແລະ ຫຍ້າອີກດ້ວຍ.

ລະບົບນິເວດເຂົ້າໃນເຂດຊົນລະປະທານ ເປັນປະເພດຫຼັກທີ່ພົບ ທົ່ວໄປໃນຂົງເຂດອາຊີຕາເວັນອອກ. ນາເຂົ້າທົ່ງພຽງໃນເຂດລະບົບ ຊົນລະປະທານ ທີ່ປູກເຂົ້າຫຼາຍໆໄຮ່ທີ່ມີລະບົບສະໜອງນ້ຳພຽງ ພໍ ສຳລັບການປູກພືດໜຶ່ງ ຫຼື ຫຼາຍປະເພດຕໍ່ປີ. ການມີນໍ້າສະໜອງ ແລະ ສາມາດຄວບຄຸມລະບົບນ້ຳເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງ ແລະ ຄວາມຫຼົ້ມເຫຼວໃນການປູກ ສົ່ງຜົນໃຫ້ຊາວນາລົງທຶນຊື້ຝຸ່ນເພື່ອ ໃຫ້ໄດ້ຜົນຜະລິດທີ່ສູງຂຶ້ນ.

ລະບົບນິເວດເຂົ້ານາປີເຂດທົ່ງພຽງ ອາດພົບເຫັນໄດ້ໃນພື້ນທີ່ຄ້າຍກັນກັບລະບົບ ນິເວດເຂົ້ານາທົ່ງພຽງໃນເຂດຊົນລະປະທານ. ແນວໃດກໍຕາມ,​ ພື້ນທີ່ເຫຼົ່ານີ້ບໍ່ມີລະບົບ ສະໜອງນ້ຳ ແລະ ການຄວບຄຸມນ້ຳສຳລັບການຊົນລະປະທານ. ພື້ນທີ່ເຫຼົ່ານີ້ແມ່ນອາ ໄສນ້ຳຝົນເພື່ອສະໜອງນໍ້າໃສ່ທົ່ງນາ ແລະ ນາໃນລັກສະນະນີ້ມີທ່າອ່ຽງທີ່ຈະ ປະສົບ ໄພແຫ້ງແລ້ງ ແລະ ຖືກນ້ຳຖ້ວມ. ຄວາມເຄັມຂອງດີນກໍອາດເປັນບັນຫາໜຶ່ງໃນ ເຂດຊາຍຝັ່ງທະເລທີ່ນ້ຳທະເລຖ້ວມເຂດການຜະລິດເຂົ້າ,​ ແຕ່ຫາກບໍ່ມີລະບົບນ້ຳຈືດ ຊົນລະປະທານ ເພື່ອຈຳກັດນ້ຳເຄັມແລ້ວ ການຜະລິດເຂົ້າໃນລະບົບນິເວດເຫຼົ່ານີ້ ມັກຖືກຂັດຂວາງໂດຍໄພ້ແລ້ງ, ນ້ຳຖ້ວມເຂດການຜະລິດເຂົ້າ ແລະ ປັນຫາເລື່ອງດິນ ທີ່ກ່ຽວພັນກັນສົ່ງຜົນໃຫ້ຜົນຜະລິດຕ່ຳລົງ ແລະ ມີອັດຕາຄວາມທຸກຍາກສູງ.

ລະບົບນິເວດນາເຂົ້າທີ່ຖືກນ້ຳຖ້ວມ ແມ່ນຢູ່ໃນເຂດພື້ນທີ່ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມທີ່ບໍ່ສາມາດຄວບຄຸມໄດ້ ໃນລະຫວ່າງຊ່ວງລະດູຝົນ ເລີ່ມຕັ້ງແຕ່ເດືອນ ມີນາ ຫາ ພະຈິກ. ລະດັບນ້ຳອາດສູງເຖິງ 4 ແມັດໃນຊ່ວງໄລຍະນ້ຳຖ້ວມ. ສາຍພັນເຂົ້າຖືກເລືອກ ປູກຕາມລະດັບຄວາມທົນທານຕໍ່ການຈົມນ້ຳ ຊຶ່ງເອີ້ນວ່າ: ເຂົ້າລອຍນ້ຳ ຫຼື ເຂົ້ານ້ຳເລິກ ມີຄວາມຍາວ 2-3 ແມັດ ແລະ ມີລັກສະນະພິເສດຄືສາມາດຍືດລຳ ຕົ້ນສູງ ເມື່ອນ້ຳເພີ່ມຂຶ້ນ ແຕ່ຜົນຜະລິດຕ່ຳ ແລະ ບໍ່ຄົງທີ່ເລີ່ມແຕ່ 1-3 ໂຕນ/ເຮັກຕາ ຕາມປົກກະຕິ.

ທີ່ຜ່ານມາ

ຜົນໄດ້ຮັບຈາກການເຮັດກະສິກຳແບບ IPM

ຕໍ່ໄປ

ແມງໄມ້ສັດຕູພືດ ແລະ ພະຍາດພືດທີ່ພົບທົ່ວໄປ
ໂຄງຮ່າງຫຼັກສູດ
ໂຄງຮ່າງຫຼັກສູດ

ໂຄງຮ່າງຫຼັກສູດ

ການດຳເນີນການຕາມລະບົບ IPM ໃນຊ່ວງໄລຍະການຈະເລີນເຕີບໂຕຂອງຕົ້ນເຂົ້າ

3 ບົດຮຽນ • 30 minutes
  • ແມງໄມ້ສັດຕູພືດທີ່ສຳຄັນໃນແຕ່ລະໄລຍະການຈະເລີນເຕີບໂຕຂອງຕົ້ນເຂົ້າ
  • ຫຼັກການຂອງ IPM ໃນໄລຍະເລີ່ມຖອກຮວງຈົນຮອດໄລຍະດອກບານ
  • ຫຼັກການຂອງ IPM ໃນໄລຍະຍັງເປັນຕົ້ນກ້າ

ການປ້ອງກັນພືດແບບປະສົມປະສານ: ພາກນຳສະເໜີ

3 ບົດຮຽນ • 30 minutes
  • ຄວາມໝາຍຄວາມສຳຄັນ
  • ຫຼັກການ ແລະ ອົງປະກອບຕ່າງໆ
  • ຜົນໄດ້ຮັບຈາກການເຮັດກະສິກຳແບບ IPM

ລະບົບນິເວດຂອງເຂົ້າ

5 ບົດຮຽນ • 50 minutes
  • ລະບົບນິເວດຂອງເຂົ້າ
  • ແມງໄມ້ສັດຕູພືດ ແລະ ພະຍາດພືດທີ່ພົບທົ່ວໄປ
  • ສັດຕູທຳມະຊາດ
  • ກິດຈະກຳເບື້ອງຕົ້ນຢູ່ໃນລະບົບນິເວດນາເຂົ້າ
  • ອົງປະກອບຫຼັກຂອງລະບົບນິເວດນາເຂົ້າ

ຕະຫຼາດ &
ສະຖານທີ່ລັດຖະບານ

National Agriculture and Forestry Research Institute Department of Agriculture Extension and Cooperatives Ministry of Agriculture

ກ່ຽວ​ກັບ​ພວກ​ເຮົາ

IRRI is dedicated to abolishing poverty and hunger among people and populations that depend on rice-based agri-food systems.
ເມນູ
  • ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
© 2023 IRRI
×