• ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
ຫຼັກສູດທັງໝົດ ການຜະລິດແນວພັນເຂົ້າ ຄຸນະພາບ ແລະ ການປຸງແຕ່ງເມັດພັນເຂົ້າ

ລັກສະນະຂອງເມັດພັນເຂົ້າ

ຄຸນະພາບຂອງເມັດພັນເຂົ້າຖືກກຳນົດໂດຍລັກສະນະທາງພັນທຸກໍາ ແລະ ສະລິລະວິທະຍາ. ອົງປະກອບດ້ານພັນ ທຸກໍາ ແມ່ນການລວບລວມເອົາຄວາມແຕກຕ່າງລະຫວ່າງສອງສາຍພັນ ຫຼື ຫຼາຍກວ່າສອງສາຍພັນຂຶ້ນໄປ ໃນຂະນະ ທີ່ຄວາມແຕກຕ່າງລະຫວ່າງຊຸດຂອງເມັດພັນ (ໃນສາຍພັນທຸກໍາດຽວກັນ) ປະກອບດ້ວຍ ອົງປະກອບທາງດ້ານສະ ລິລະວິທະຍາ.  ປັດໄຈທາງພັນທຸກໍາທີ່ສາມາດມີອິດທິຜົນຕໍ່ຄຸນະພາບມີ:

ການເສື່ອມຂອງຄຸນະພາບເມັດເຂົ້າ ອາດເກີດຂື້ນໄດ້ຢູ່ຈຸດໃດຈຸດໜຶ່ງກໍໄດ້ ບໍ່ວ່າຈະເປັນໄລຍະການຈະເລີນເຕີບໂຕຂອງເຂົ້າ ຊຶ່ງເລີ່ມຕັ້ງແຕ່ການປະຕິສົນທິ (ການປະສົມພັນເຂົ້າ) ເປັນຕົ້ນໄປ. ຄຸນະພາບຂອງເມັດພັນຂຶ້ນຢູ່ກັບສະພາບທາງກາຍະພາບທີ່ຕົ້ນເຂົ້າສຳຜັດ ບໍ່ວ່າຈະເປັນໄລຍະການຈະເລີນເຕີບໂຕ ກໍຄືໄລຍະການເກັບກ່ຽວ, ການຜະລິດ, ການເກັບມ້ຽນ ແລະ ການປູກ.

ເມັດພັນຄຸນະພາບສູງແມ່ນເປັນຜົນມາຈາກຂັ້ນຕອນການປະຕິບັດການຜະລິດທີ່ດີ ເຊິ່ງລວມມີ:

  • ການຮັກສາສາຍພັນບໍລິສຸດທີ່ຖືກ ຕ້ອງ;
  • ເງື່ອນໄຂການຈະເລີນເຕີບໂຕດີ;
  • ໄລຍະເວລາ ແລະ ວິທີການເກັບ ກ່ຽວທີ່ເໝາະສົມຖືກຕ້ອງ;
  • ການປຸງແຕ່ງເມັດພັນທີ່ຖືກຕ້ອງລະຫວ່າງການກ່ຽວປັ່ນ, ທຳຄວາມ ສະອາດ, ແລະ ການຕາກ; ແລະ
  • ລະບົບການເກັບຮັກສາ ແລະ ການ ກະຈາຍເມັດພັນທີ່ຖືກຕ້ອງ

1. ລັກສະນະຄວາມບໍລິສຸດຂອງແນວພັນ

ຄວາມບໍລິສຸດຂອງແນວພັນໝາຍເຖິງຄວາມບໍລິສຸດດ້ານພັນທຸກໍາ ຫຼື ແນວພັນ ແລະ ສາມາດກຳນົດໄດ້ດ້ວຍລັກສະນະກາຍະພາບ, ເຄມີ ແລະ ການປູກ.

2. ລັກສະນະຊຸດເມັດພັນເຂົ້າ (ກອງລວມກັນ)

ຄວາມໝາຍຂອງລັກສະນະຊຸດເມັດພັນເຂົ້າປະກອບກັບລະດັບຂອງຄວາມບໍ່ບໍລິສຸດ, ຂະ ໜາດເມັດ ແລະ ເມັດທີ່ຖືກທໍາລາຍ, ຜິດຮູບ    ຫຼື ເປັນພະຍາດ.

ຄວາມບໍ່ບໍລິສຸດ: ລະດັບຂອງການປົນເປື້ອນດ້ວຍແກ່ນຫຍ້າ, ເມັດພັນເຂົ້າຊະນິດອື່ນ ຫຼື  ພືດຊະນິດອື່ນໆ ແລະ ວັດຖຸທາດທີ່ມີນໍ້າໜັກເຊັ່ນ: ຫີນ, ຂີ້ຕົມ ຫຼື ກິ່ງຫ້ງາໄມ້ ທີ່ຖື່ວ່າເປັນສິ່ງເຈືອປົນ. ສິ່ງເຈືອປົນຈະສະແດງເປັນສ່ວຍຮ້ອຍຕໍ່ນ້ຳໜັກ. 

ຂະໜາກເມັດ: ຄວາມອວບອິ່ມ (ຕື່ງເຕັມ) ແລະ/ຫຼື ຄວາມແຫນ້ນຂອງເມັດ ເປັນລັກສະນະຂອງເມັດພັນທີ່ຕ້ອງການທົ່ວໄປ. ລັກສະນະເຫຼົ່ານີ້ຊີບອກ ໃຫ້ເຫັນວ່າເມັດພັນມີໂອກາດທີ່ຈະສ້າງຕົ້ນກ້າທີ່ແຂງແຮງດີ ພາຍໃຕ້ເງື່ອນໄຂທີ່ເອື້ອອຳນວຍ (ເໝາະສົມ).

ເມັດທີ່ຖືກທຳລາຍ, ຜິດຮູບຮ່າງ ຫຼື ເມັດທີ່ຕິດເຊື້ອພະຍາດ: ເມັດພັນທີ່ມີຄຸນະພາບຕ່ຳ ມີພະຍາດທີ່ເກີດຈາກການນໍາໃຊ້ເມັດພັນທີ່ເປັນພະ ຍາດ, ແມງໄມ້ ແລະ ປັດໄຈພາຍນອກອື່ນໆ. ເມັດພັນທີ່ມີຄຸນະພາບສູງ ຄວນປາສະຈາກການແຕກຫັກທີ່ເກີດຈາກເຄື່ອງຈັກປະເພດຕ່າງໆ, ເມັດພັນທີ່ແຕກຫັກເຫລົ່ານີ້ຈະຫລຸດຜ່ອນການແຕກຈາວ ແລະ ຄວາມແຂງແຮງຂອງຕົ້ນກ້າ.

ເມັດເຂົ້າແດງ : ເມັດເຂົ້າແດງ ເປັນເຂົ້າທີ່ບໍ່ຕ້ອງການຂອງຕະຫຼາດເຂົ້າ, ສະນັ້ນໃນພື້ນຜີວເມັດເຂົ້າບໍ່ຄວນມີສີແດງຫຼາຍກວ່າ 25% ຫຼື ເສັ້ນແຕກ ສີແດງ

ຄວາມສາມາດມີຊີວິດຢູ່ ແລະ ຈະເລີນເຕີບໂຕໄດ້: ຄວາວມມີຊີວິດຂອງເມັດພັນ ຈະເປັນຕົວກຳນົດໃນລະດັບໃຫຍ່ຕັ້ງແຕ່ລະດັບຄວາມຊຸ່ມຂອງເມັດ ໃນການເກັບຮັກສາ, ຄວາມສາມດໃນການງອກ ແລະ ຄວາມແຂງແຮງຂອງຕົ້ນກ້າ.

ຄວາມຊຸ່ມຂອງເມັດພັນ: ຄວາມຊຸ່ມຂອງເມັດພັນ ມີຜົນຕໍ່ກັບຄວາມມີຊີວິດ ແລະ ຄວາມແຂງແຮງຂອງເມັດພັນ. ຄວາມຊຸ່ມຂອງເມັດພັນ ຄວນນ້ອຍ ກວ່າ 14% ໃນການເກັບຮັກສາໄລຍະສັ້ນ ແລະ ຄວນນ້ອຍກວ່າ 12% ສຳລັບການເກັບເປັນໄລຍະດົນ.

ເປີເຊັນຄວາມງອກ: ນີ້ໝາຍເຖິງອັດຕາສ່ວນຂອງຈຳນວນເມັດພັນທັງໝົດທີ່ມີຊີວິດ. ຊຶ່ງສາມາດກວດສອບໄດ້ ດ້ວຍການເຮັດການທົດສອບຄວາມ ງອກ ແລະ ນັບຈໍານວນຕົ້ນທີ່ງອກຕົວຈິງ.  ພືດຫລາຍຊະໜິດມັກມີການພັກຕົວພາຍຫລັງການເກັບກ່ຽວ, ການເກັນຮັກສາເມັດພັນແບບດັ້ງເດີມ ທີ່ເກັບຮັກສາແບບລະບົບເປີດ, ເປີເຊັນການງອກຂອງເມັດພັນຈະເຊື່ອມລົງພາຍຫລັງການເກັບຮັກສາ 6 ເດືອນ.

ຄວາມແຂງແຮງຂອງເມັດພັນ: ລັກສະນະຂອງຄຸນະພາບທີ່ດີນີ້ ແມ່ນປະເມີນໄດ້ຈາກປະສິດທະພາບຂອງທົ່ງນາທີ່ມີທ່າແຮງ, ແລະ ຕົ້ນກ້າຈະເລີນ ງອກງາມດີ.  ໃນຂະນະທີ່ຄວາມໄວຂອງການງອກຂອງຂອງແຕ່ລະແນວພັນ ແມ່ນມີຄວາມແຕກຕ່າງກັນ,   ເມັດພັນຄວນດູດສັບຄວາມຊຸ່ມ ພາຍໃນ 2 ວັນ ເພື່ອກະຕຸ້ນໃຫ້ ແຕກໜໍ່ຈາວ (ຮາກອ່ອນ) ແລະ ພາຍໃນ 2 ວັນ ຈະສ້າງຮາກອອກມາ (radicle) ແລະ  ໃບທຳອິດ (plumule) ພາຍໃນ 4 ວັນ. ໃນຊ່ວງນີ້ຖືວ່າເມັດພັນງອກອອກມາແລ້ວ.

ທີ່ຜ່ານມາ

Quiz

ຕໍ່ໄປ

ຄວາມໝາຍຂອງປັດໄຈດ້ານຄຸນະພາບຂອງເມັດພັນເຂົ້າ
ໂຄງຮ່າງຫຼັກສູດ
ໂຄງຮ່າງຫຼັກສູດ

ໂຄງຮ່າງຫຼັກສູດ

ການຈັດການເມັດພັນເຂົ້າໃນທົ່ງ

4 ບົດຮຽນ • 40 minutes
  • ການຜະລິດເມັດພັນເຂົ້າບໍລິສຸດ
  • ການຈັດການການປູກເຂົ້າ
  • ການຄັດເລືອກພື້ນທີ່ ແລະ ການກຽມດິນ
  • ການອະນຸບານຕົ້ນກ້າ
  • Quiz: ຕື່ມຂໍ້ມູນໃສ່ຊ່ອງຫວ່າງ

ການປຸງແຕ່ງເມັດພັນ ເຂົ້າ

4 ບົດຮຽນ • 40 minutes
  • ການຕາກເມັດພັນເຂົ້າ
  • ການປະເມີນທາງການເງີນໃນການຜະລິດເມັດພັນເຂົ້າ
  • ການທຳຄວາມສະອາດເມັດພັນເຂົ້າ
  • ການເກັບຮັກສາເມັດພັນ
  • Quiz: ຕື່ມຂໍ້ມູນໃສ່ຊ່ອງຫວ່າງ

ຄຸນະພາບຂອງເມັດພັນ ເຂົ້າ

4 ບົດຮຽນ • 30 minutes
  • ລັກສະນະຂອງເມັດພັນເຂົ້າ
  • ຄວາມໝາຍຂອງປັດໄຈດ້ານຄຸນະພາບຂອງເມັດພັນເຂົ້າ
  • ການກວດຄຸນະພາບເມັດພັນເຂົ້າ
  • ການຢັ້ງຢືນເມັດພັນເຂົ້າ
  • Quiz: ຕື່ມຂໍ້ມູນໃສ່ຊ່ອງຫວ່າງ

ຕະຫຼາດ &
ສະຖານທີ່ລັດຖະບານ

National Agriculture and Forestry Research Institute Department of Agriculture Extension and Cooperatives Ministry of Agriculture

ກ່ຽວ​ກັບ​ພວກ​ເຮົາ

IRRI is dedicated to abolishing poverty and hunger among people and populations that depend on rice-based agri-food systems.
ເມນູ
  • ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
© 2023 IRRI
×