
ຖ້າວ່າຈະເກັບຮັກສາເມັດພັນເຂົ້າໃຫ້ຢ່າງປອດໄພ ເປັນໄລຍະເວລາຫຼາຍກວ່າ 3 ເດືອນ ຈະຕອ້ງປະຕິບັດດັ່ງນີ້:
- ມີຄວາມຊື່ນຂອງເມັດຕ້ອງໜ້ອຍກວ່າ 12%
- ປ້ອງກັນການທໍາລາຍຈາກແມງໄມ້ ແລະ ໜູໄດ້
- ປ້ອງກັນຈາກການດູດຊັບຄວາມຊື່ນຄືນ ບໍ່ວ່າຈາກນໍ້າຝົນ ຫຼື ບັນຍາກາດອ້ອມຮອບບໍລິເວນນັ້ນ ໆ


ການເກັບຮັກສາດ້ວຍການຮີດປາກຖົງໃຫ້ແຈບ ຫຼື ດ້ວຍການດູດສູນຍາກາດເປັນອີກທາງເລືອກທີ່ດີໃນເຂດອາກາດ ຮ້ອນ ແລະ ໃນເຂດພື້ນທີ່ຫ່າງໄກສອກຫລີກ. ການຕາກອົບໃຫ້ເມັດເຂົ້າ ໃຫ້ມີຄວາມຊຸ່ມປະມານ 12% ຫຼືໜ້ອຍ ກວ່າ ແລະ ເກັບໄວ້ໃນລະບົບອັດສູນຍາກາດຈະຊ່ວຍຫລຸດຜ່ອນຄວາມສ່ຽງຈາກການທຳລາຍຂອງແມງໄມ້ ແລະ ໜູໄດ້. ເມັດພັນເຂົ້າຈະບໍ່ສາມາດດູດສັບເອົາຄວາມຊຸ່ມຈາກບັນຍາກາດອ້ອມຂ້າງ ຫຼື ໄດ້ຮັບຜົນເສຍຈາກນ້ຳຝົນໄດ້.

ໂຄງຮ່າງຫຼັກສູດ
ໂຄງຮ່າງຫຼັກສູດ