• ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
ຫຼັກສູດທັງໝົດ ການນຳໃຊ້ເຄື່ອງຈັກ ແລະ ຜົນຜະລິດຫຼັງການເກັບກ່ຽວໃນການຜະລິດເຂົ້າ

ການນຳໃຊ້ເຄື່ອງຈັກ ແລະ ຜົນຜະລິດຫຼັງການເກັບກ່ຽວໃນການຜະລິດເຂົ້າ

ສິ່ງທ້າທາຍ ແລະ ບັນຫາຕົ້ນຕໍກ່ຽວກັບການຜະລິດເຂົ້າ ໃນການວິເຄາະລະບົບນິເວດການກະສິກຳຂອງອາຊີພາກຕາວັນອອກສ່ຽງໃຕ້

  •  ນາຂະໜາດນ້ອຍ/ກະແຈກກະຈາຍ ແລະ ໄຮ່ນາທີ່ບໍ່ໄດ້ປັບລະດັບ
  •  ປະລິມານເມັດພັນຫຼາຍ ແລະ ການໃຊ້ສານເຄມີກະສິກຳສູງເກີນໄປ
  •  ການຈັດການນ້ຳທີ່ບໍ່ມີປະສິດທິພາບ
  • ຄວາມເສຍຫາຍຜົນຜະລິດຫຼັງການເກັບກ່ຽວ (ການເກັບກ່ຽວຊ້າ, ການຂົ່ນສົ່ງແລະ ການຈັດການຫຼັງເກັບກ່ຽວທີ່ບໍ່ດີ)
  • ການຈູດຕໍເຟຶອງເຂົ້າ ແລະ ການປະປົນຂອງເຂົ້ານາທີ່ຖືກນໍ້າຖ້ວມເຮັດໃຫ້ສູນເສຍທາດອາ ຫານ, ສູນເສຍຊີວະນາໆພັນ, ເກີດການປ່ອຍກາສເຮືອນແກ້ວ ແລະ ມົນລະພິດ.

ຄວາມເສຍຫາຍຫຼັງການເກັບກ່ຽວເຂົ້າ

ເຂົ້າເປັນຜະລິດຕະພັນທີ່ມີຊີວິດ

  • ຄຸນະພາບເຂົ້າຈະດີທີ່ສຸດເມື່ອກັບກ່ຽວ
  • ຄຸນະພາບຈະລຸດລົງຢ່າງໄວວາເມື່ອເວລາຜ່ານໄປຫາກບໍ່ໄດ້ຮັບການຈັດການຢ່າງເຫມາະສົມ

ຜົນເສຍຫາຍທີ່ເກີດຂຶ້ນໃນແຕ່ລະການດຳເນີນການ

ທາງຄ່າຕ່ອງໂຊ້ຫຼັງການເກັບກ່ຽວ

  • ຄວາມເສຍຫາຍທາງກາຍະພາບ (ສູນເສຍນ້ຳໜັກ)
  • ຄວາມສູນເສຍດ້ານຄຸນະພາບ (ສູນເສຍມູນຄ່າ)

ການຂາດແຄນແຮງງານ

  • ຕົ້ນທຶນໃນການດຳເນີນການຫຼັງການເກັບກ່ຽວມີຄ່າສູງ
  • ການດຳເນີນການຫຼັງການເກັບກ່ຽວຊັກຊ້າ 

ຫຼັກການທີ່ດີທີ່ສຸດໃນການຈັດການພາຍຫຼັງການເກັບກ່ຽວ

  • ຫຼຸດຜ່ອນຄວາມເສຍຫາຍ
  • ຮັກສາຄຸນະພາບ
  • ຫຼຸດຜ່ອນຄ່າໃຊ້ຈ່າຍ
  • ຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ

ຄວາມເສຍຫາຍທາງກາຍະພາບ (ສູນເສຍນ້ຳໜັກ )

  • ການຮົ່ວໄຫຼ່, ບໍ່ປັ່ນນວດ, ມີແມງໄມ້
  • ໃນອາຊີພາກຕະວັນອອກສ່ຽງໃຕ້ 15-20%

ຄວາມເສຍຫາຍດ້ານຄຸນະພາບ (ສູນເສຍມູນຄ່າ)

  • ຊັກຊ້າໃນການເກັບກ່ຽວ
  • ຊັກຊ້າໃນການຕາກແຫ້ງ
  • ບັນຈຸພັນຂາດຮົ່ວ
  • ການສີບໍ່ມີປະສິດທິພາບ
  • 20-30% ຢູ່ຕະຫຼາດ ($)

ບັນຫາການເກັບກ່ຽວ 🡺 ຄວາມເສຍຫາຍ

  • ການຂາດແຄນແຮງງານ – ຕົ້ນທຶນການເກັບກ່ຽວສູງ
  • ມັກມີປັນຫາຊັກຊ້າເພາະການຂາດແຄນແຮງງານ 🡺 ຄວາມເສຍຫາຍ
  • ເຕັກໂນໂລຊີ ແລະ ອຸປະກອນຄຸນະພາບບໍ່ດີ/ຕ່ຳ

ຄວາມເສຍຫາຍໃນການເກັບກ່ຽວເນື່ອງຈາກການວາງແຜນທີ່ບໍ່ດີ

ຄວາມເສຍຫາຍຈາກບັນຫາການຕາກແຫ້ງ

ການເກັບແບບຊາວນາທົ່ວໄປ ແລະ ການເກັບມ້ຽນແບບພານິດຂະໜາດນ້ອຍ

ບັນຫາໃນການເກັບມ້ຽນ: ຈຸລິນຊີ ແລະ ແມງໄມ້​

ບັນຫາໃນການສີເຂົ້າ

  • ການສູນເສຍທາງກາຍະພາບ
  • ວັດຖຸດິບຄຸນະພາບຕ່ຳ
  • ຄວາມໄຮ້ປະສິດທິພາບ

ເຄື່ອງຈັກເກັບກ່ຽວເປັນປັດໄຈການຜະລິດທີ່ສຳຄັນ

ຕໍເຟືອງ: ການຜະລິດທົ່ວໂລກ >500 ລ້ານໂຕນ/ປີ

ບັນຫາ

1) ການຈູດເຜົາ > 50% 

  • ສູນເສຍທາດອາຫານ
  • ການປ່ອຍກາສເຮືອນແກ້ວ ແລະ ມົນລະພິດ
  • ການສູນເສຍຄວາມຫຼາກຫຼາຍທາງຊີວະພາບ (ຈຸລະຊີບໃນດິນເຊັ່ນ:​ ເຊື້ອລາ, ບັກເຕີຣີ ແລະ ຈຸລະຊີບ ຣອດຕິເຟີຣາ

2) ການທັບຖົມກັນຂອງເຟືອງເຂົ້າໃນນາທີ່ນ້ຳຖ້ວມ>30%

  • ກາສເມຕານ CH4 (1 CH4 = 28 CO2-eq)
  • ຄວາມເປັນພິດຂອງກາສເມຕານ, ສາຍເຫດພະຍາດຮາກດຳ

ແກ້ໄຂແນວໃດ

  • ເຕັກໂນໂລຊີ/ວິທີແກ້ໄຂທີ່ເໝາະສົມກັບຂະໜາດ ແລະ ມີຄວາມຍື່ນຍົງ (ລາຄາບໍ່ແພງ, ຂະໜາດເໝາະສົມ, ມີປະສິດທິພາບສູງ, ໃຊ້ງານໃນດ້ານເສດຖະກິດໄດ້, ປ່ອຍກາສກາກໂບນິກໜ້ອຍ) 
  • ການພັດທະນາຂີດຄວາມສາມາດ ແລະ ແມ່ແບບທຸລະກິດໃນການປັບຂະໜາດ
  • ການຮັບຮູ້/ ການປ່ຽນແປງດ້ານພຶດຕິກຳຂອງຊາວກະສິກອນ

ການປັບລະດັບພື້ນທີ່ດ້ວຍເຄື່ອງຍິງເລເຊີຣ໌: ນາທີ່ປັບລະດັບໃຫ້ຮາບພຽງເພື່ອການຈັດການນ້ຳ ແລະ ຜົນລະປູກທີ່ເໝາະສົມ

ການນຳໃຊ້ເຄື່ອງກົນຈັກເພື່ອເພີ່ມປະສິດທິພາບໃນການກະສິກຳ ແລະ ການຜະລິດເຂົ້າກາກບອນຕ່ຳ

ການປັບລະດັບທີ່ດິນດ້ວຍເລເຊີຣ໌: ນາທີ່ປັບລະດັບຮາບພຽງເພື່ອການຈັດການນ້ຳ ແລະ ຜົນລະປູກທີ່ເຫມາະສົມທີ່ສຸດ

ການຢອດເມັດພັນໂດຍກົງດ້ວຍເຄື່ອງຈັກ ແລະ ແມັນຍຳ

ຕົວຢ່າງການຢອດເມັດພັນໂດຍກົງໃນດິນແຫ້ງ (DRY DSR) ໃນປະເທດອິນເດຍ

ຕົວຢ່າງໃນການນຳໃຊ້ເຄື່ອງຈັກເຂົ້າໃນການຜະລິດ ແລະ ການຫຼຸດຜ່ອນການປ່ອຍກາສກາກບອນສູ່ອາກາດ

ການນຳໃຊ້ເຄື່ອງຈັກແບບປະສົມປະສານ ແລະ ການແກ້ໄຂທີ່ແມ້ນຍຳເພື່ອເພີ່ມປະສິດທິພາບການຜະລິດ

ການຈັດການພາຍຫຼັງເກັບເກັບກ່ຽວເພື່ອຫຼຸດຜ່ອນຄວາມເສຍຫາຍຫຼັງການເກັບກ່ຽວ ແລະ ເກີດການປ່ອຍກາສກາກບອນ

ການເກັບກ່ຽວ

1) ໄລຍະເວລາໃນການເກັບກ່ຽວ

  ສັງເກດເຫັນວ່າເຂົ້າເລີ່ມເປັນສີເມັດເຂົ້າປະມານ 85% (+-2%) ແຕ່ລະຮວງເປັນເຟືອງ ຫຼື ສີເຫຼືອງ

2) ການນຳໃຊ້ເຄື່ອງກ່ຽວ

  • ເຄື່ອງກ່ຽວຕັດ, ການປັ່ນນວດ, ການທຳຄວາມສະອາດ ແລະ ການບັນຈຸໃສ່ກະສອບ
  • ແກ້ປັນຫາທີ່ເກີດຈາກການຂາດແຄນແຮງງານຄົນ
  • ຫຼຸດການສູນເສຍໄດ້ຫຼວງຫຼາຍເມື່ອສົມທຽບໃສ່ການການກ່ຽວດ້ວຍມື (ຫຼີກລຽງການສູນເສຍທີ່ເກີດຈາກການເກັບກ່ຽວຊັກຊ້າ, ການຂົ່ນສົ່ງຂອງຕົ້ນເຂົ້າລະຫວ່າງການກ່ຽວ ແລະ ປັ່ນນວດ ຯລຯ.)

ການອົບຕາກ ແລະ ການເກັບຮັກສາ

ການອົບແຫ້ງ (ຕັ້ງແຕ່ຂະໜາດນ້ອຍຈົນໄປສູ່ລະດັບອຸດສາຫະກຳ)

 ເຄື່ອງອົບພະລັງງານແສງອາທິດ  (SBDTM) (IRRI, ມະຫາວິທະຍາໄລ ກາຣິນໂປຣ ແລະ ໂຮເຮນຮາຍມ໌

ຄຸນລັກສະນະຂອງເຄື່ອງອົບພະລັງງານແສງອາທິດຫົດພັບໄດ້ (SBD)

ເຄື່ອງອົບຖານລົມໝູນວຽນ 

ລະບົບການເກັບຮັກສາ

  • ໂຮງເກັບທັນສະໄໝ
    • ການຕິດຕັ້ງຄົງທີ່
  •  ສ່າງ
    • ກະສອບ ຫຼື ເປັນກອງ
  • ໄຊໂລໃນອາຄານ
    • ເປັນກອງ
  • ຖັງໄຊໂລນອກອາຄານ
    • ເປັນກອງ
  •  ຫົດຢືດໄດ້
    • ຖົງເກັບສູນຍາກາດ
      ກະສອບ ຫຼື ເປັນກອງ
  • ກະສອບໄຊໂລ
    • ເປັນກອງ
  •  ເກັບໃນຫ້ອງໃຕ້ໄດ້
    • ເປັນກອງ

ລະບົບການເກັບຮັກສາດ້ວຍການຮີດອັດສູນຍາກາດ

ການເກັບຮັກສາ (ຖົງບັນຈຸຂອງ IRRI ແລະ GrainPro)

  • ຖົງເກັບແບບສູນຍາກາດ (ຂະໜາດນ້ອຍ ແລະ ລະດັບອຸດສາຫະກຳ)
  • ການເກັບຮັກສາເມັດພັນພືດ ແລະ ຄຸນະພາບເມັດພັນສູງສຖດ ທີ່ບໍ່ໃຊ້ພະລັງງານ,​ບໍ່ມີການໃຊ້ຢາຂ້າແມງໄມ້
  • ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການອັນສຳຄັນໃນຮູບແບບມາດຕະຖານເຂົ້າແບບຍືນຍົງ

EASYHARVEST ທົດລອງໃຊ້ຢູ່ໃນປະເທດຫວຽດນາມເພື່ອການຈັດການການເກັບຮັກສາອັດສະລິຍະ

 

ບົດຮຽນຕໍ່ໄປ

ການນຳໃຊ້ເຄື່ອງຈັກ ແລະ ຜົນຜະລິດຫຼັງການເກັບກ່ຽວໃນການຜະລິດເຂົ້າ
ໂຄງຮ່າງຫຼັກສູດ
ໂຄງຮ່າງຫຼັກສູດ

ໂຄງຮ່າງຫຼັກສູດ

ການນຳໃຊ້ເຄື່ອງຈັກ ແລະ ຜົນຜະລິດຫຼັງການເກັບກ່ຽວໃນການຜະລິດເຂົ້າ

1 ບົດຮຽນ • 10 minutes
  • ການນຳໃຊ້ເຄື່ອງຈັກ ແລະ ຜົນຜະລິດຫຼັງການເກັບກ່ຽວໃນການຜະລິດເຂົ້າ
  • Quiz: ຕື່ມຂໍ້ມູນໃສ່ຊ່ອງຫວ່າງ

ຕະຫຼາດ &
ສະຖານທີ່ລັດຖະບານ

National Agriculture and Forestry Research Institute Department of Agriculture Extension and Cooperatives Ministry of Agriculture

ກ່ຽວ​ກັບ​ພວກ​ເຮົາ

IRRI is dedicated to abolishing poverty and hunger among people and populations that depend on rice-based agri-food systems.
ເມນູ
  • ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
© 2023 IRRI
×