• ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
ຫຼັກສູດທັງໝົດ ການຜະລິດແນວພັນເຂົ້າ ຄຸນະພາບ ແລະ ການປຸງແຕ່ງເມັດພັນເຂົ້າ

ລັກສະນະຂອງເມັດພັນເຂົ້າ

ຄຸນະພາບຂອງເມັດພັນເຂົ້າຖືກກຳນົດໂດຍລັກສະນະທາງພັນທຸກໍາ ແລະ ສະລິລະວິທະຍາ. ອົງປະກອບດ້ານພັນ ທຸກໍາ ແມ່ນການລວບລວມເອົາຄວາມແຕກຕ່າງລະຫວ່າງສອງສາຍພັນ ຫຼື ຫຼາຍກວ່າສອງສາຍພັນຂຶ້ນໄປ ໃນຂະນະ ທີ່ຄວາມແຕກຕ່າງລະຫວ່າງຊຸດຂອງເມັດພັນ (ໃນສາຍພັນທຸກໍາດຽວກັນ) ປະກອບດ້ວຍ ອົງປະກອບທາງດ້ານສະ ລິລະວິທະຍາ.  ປັດໄຈທາງພັນທຸກໍາທີ່ສາມາດມີອິດທິຜົນຕໍ່ຄຸນະພາບມີ:

ການເສື່ອມຂອງຄຸນະພາບເມັດເຂົ້າ ອາດເກີດຂື້ນໄດ້ຢູ່ຈຸດໃດຈຸດໜຶ່ງກໍໄດ້ ບໍ່ວ່າຈະເປັນໄລຍະການຈະເລີນເຕີບໂຕຂອງເຂົ້າ ຊຶ່ງເລີ່ມຕັ້ງແຕ່ການປະຕິສົນທິ (ການປະສົມພັນເຂົ້າ) ເປັນຕົ້ນໄປ. ຄຸນະພາບຂອງເມັດພັນຂຶ້ນຢູ່ກັບສະພາບທາງກາຍະພາບທີ່ຕົ້ນເຂົ້າສຳຜັດ ບໍ່ວ່າຈະເປັນໄລຍະການຈະເລີນເຕີບໂຕ ກໍຄືໄລຍະການເກັບກ່ຽວ, ການຜະລິດ, ການເກັບມ້ຽນ ແລະ ການປູກ.

ເມັດພັນຄຸນະພາບສູງແມ່ນເປັນຜົນມາຈາກຂັ້ນຕອນການປະຕິບັດການຜະລິດທີ່ດີ ເຊິ່ງລວມມີ:

  • ການຮັກສາສາຍພັນບໍລິສຸດທີ່ຖືກ ຕ້ອງ;
  • ເງື່ອນໄຂການຈະເລີນເຕີບໂຕດີ;
  • ໄລຍະເວລາ ແລະ ວິທີການເກັບ ກ່ຽວທີ່ເໝາະສົມຖືກຕ້ອງ;
  • ການປຸງແຕ່ງເມັດພັນທີ່ຖືກຕ້ອງລະຫວ່າງການກ່ຽວປັ່ນ, ທຳຄວາມ ສະອາດ, ແລະ ການຕາກ; ແລະ
  • ລະບົບການເກັບຮັກສາ ແລະ ການ ກະຈາຍເມັດພັນທີ່ຖືກຕ້ອງ

1. ລັກສະນະຄວາມບໍລິສຸດຂອງແນວພັນ

ຄວາມບໍລິສຸດຂອງແນວພັນໝາຍເຖິງຄວາມບໍລິສຸດດ້ານພັນທຸກໍາ ຫຼື ແນວພັນ ແລະ ສາມາດກຳນົດໄດ້ດ້ວຍລັກສະນະກາຍະພາບ, ເຄມີ ແລະ ການປູກ.

2. ລັກສະນະຊຸດເມັດພັນເຂົ້າ (ກອງລວມກັນ)

ຄວາມໝາຍຂອງລັກສະນະຊຸດເມັດພັນເຂົ້າປະກອບກັບລະດັບຂອງຄວາມບໍ່ບໍລິສຸດ, ຂະ ໜາດເມັດ ແລະ ເມັດທີ່ຖືກທໍາລາຍ, ຜິດຮູບ    ຫຼື ເປັນພະຍາດ.

ຄວາມບໍ່ບໍລິສຸດ: ລະດັບຂອງການປົນເປື້ອນດ້ວຍແກ່ນຫຍ້າ, ເມັດພັນເຂົ້າຊະນິດອື່ນ ຫຼື  ພືດຊະນິດອື່ນໆ ແລະ ວັດຖຸທາດທີ່ມີນໍ້າໜັກເຊັ່ນ: ຫີນ, ຂີ້ຕົມ ຫຼື ກິ່ງຫ້ງາໄມ້ ທີ່ຖື່ວ່າເປັນສິ່ງເຈືອປົນ. ສິ່ງເຈືອປົນຈະສະແດງເປັນສ່ວຍຮ້ອຍຕໍ່ນ້ຳໜັກ. 

ຂະໜາກເມັດ: ຄວາມອວບອິ່ມ (ຕື່ງເຕັມ) ແລະ/ຫຼື ຄວາມແຫນ້ນຂອງເມັດ ເປັນລັກສະນະຂອງເມັດພັນທີ່ຕ້ອງການທົ່ວໄປ. ລັກສະນະເຫຼົ່ານີ້ຊີບອກ ໃຫ້ເຫັນວ່າເມັດພັນມີໂອກາດທີ່ຈະສ້າງຕົ້ນກ້າທີ່ແຂງແຮງດີ ພາຍໃຕ້ເງື່ອນໄຂທີ່ເອື້ອອຳນວຍ (ເໝາະສົມ).

ເມັດທີ່ຖືກທຳລາຍ, ຜິດຮູບຮ່າງ ຫຼື ເມັດທີ່ຕິດເຊື້ອພະຍາດ: ເມັດພັນທີ່ມີຄຸນະພາບຕ່ຳ ມີພະຍາດທີ່ເກີດຈາກການນໍາໃຊ້ເມັດພັນທີ່ເປັນພະ ຍາດ, ແມງໄມ້ ແລະ ປັດໄຈພາຍນອກອື່ນໆ. ເມັດພັນທີ່ມີຄຸນະພາບສູງ ຄວນປາສະຈາກການແຕກຫັກທີ່ເກີດຈາກເຄື່ອງຈັກປະເພດຕ່າງໆ, ເມັດພັນທີ່ແຕກຫັກເຫລົ່ານີ້ຈະຫລຸດຜ່ອນການແຕກຈາວ ແລະ ຄວາມແຂງແຮງຂອງຕົ້ນກ້າ.

ເມັດເຂົ້າແດງ : ເມັດເຂົ້າແດງ ເປັນເຂົ້າທີ່ບໍ່ຕ້ອງການຂອງຕະຫຼາດເຂົ້າ, ສະນັ້ນໃນພື້ນຜີວເມັດເຂົ້າບໍ່ຄວນມີສີແດງຫຼາຍກວ່າ 25% ຫຼື ເສັ້ນແຕກ ສີແດງ

ຄວາມສາມາດມີຊີວິດຢູ່ ແລະ ຈະເລີນເຕີບໂຕໄດ້: ຄວາວມມີຊີວິດຂອງເມັດພັນ ຈະເປັນຕົວກຳນົດໃນລະດັບໃຫຍ່ຕັ້ງແຕ່ລະດັບຄວາມຊຸ່ມຂອງເມັດ ໃນການເກັບຮັກສາ, ຄວາມສາມດໃນການງອກ ແລະ ຄວາມແຂງແຮງຂອງຕົ້ນກ້າ.

ຄວາມຊຸ່ມຂອງເມັດພັນ: ຄວາມຊຸ່ມຂອງເມັດພັນ ມີຜົນຕໍ່ກັບຄວາມມີຊີວິດ ແລະ ຄວາມແຂງແຮງຂອງເມັດພັນ. ຄວາມຊຸ່ມຂອງເມັດພັນ ຄວນນ້ອຍ ກວ່າ 14% ໃນການເກັບຮັກສາໄລຍະສັ້ນ ແລະ ຄວນນ້ອຍກວ່າ 12% ສຳລັບການເກັບເປັນໄລຍະດົນ.

ເປີເຊັນຄວາມງອກ: ນີ້ໝາຍເຖິງອັດຕາສ່ວນຂອງຈຳນວນເມັດພັນທັງໝົດທີ່ມີຊີວິດ. ຊຶ່ງສາມາດກວດສອບໄດ້ ດ້ວຍການເຮັດການທົດສອບຄວາມ ງອກ ແລະ ນັບຈໍານວນຕົ້ນທີ່ງອກຕົວຈິງ.  ພືດຫລາຍຊະໜິດມັກມີການພັກຕົວພາຍຫລັງການເກັບກ່ຽວ, ການເກັນຮັກສາເມັດພັນແບບດັ້ງເດີມ ທີ່ເກັບຮັກສາແບບລະບົບເປີດ, ເປີເຊັນການງອກຂອງເມັດພັນຈະເຊື່ອມລົງພາຍຫລັງການເກັບຮັກສາ 6 ເດືອນ.

ຄວາມແຂງແຮງຂອງເມັດພັນ: ລັກສະນະຂອງຄຸນະພາບທີ່ດີນີ້ ແມ່ນປະເມີນໄດ້ຈາກປະສິດທະພາບຂອງທົ່ງນາທີ່ມີທ່າແຮງ, ແລະ ຕົ້ນກ້າຈະເລີນ ງອກງາມດີ.  ໃນຂະນະທີ່ຄວາມໄວຂອງການງອກຂອງຂອງແຕ່ລະແນວພັນ ແມ່ນມີຄວາມແຕກຕ່າງກັນ,   ເມັດພັນຄວນດູດສັບຄວາມຊຸ່ມ ພາຍໃນ 2 ວັນ ເພື່ອກະຕຸ້ນໃຫ້ ແຕກໜໍ່ຈາວ (ຮາກອ່ອນ) ແລະ ພາຍໃນ 2 ວັນ ຈະສ້າງຮາກອອກມາ (radicle) ແລະ  ໃບທຳອິດ (plumule) ພາຍໃນ 4 ວັນ. ໃນຊ່ວງນີ້ຖືວ່າເມັດພັນງອກອອກມາແລ້ວ.

 

1. ການວັດແທກຄວາມຊຸ່ມໃນເມັດ (MC)

ການວັດແທກຄວາມຊຸ່ມໃນເມັດ ມີສອງວິທີ:  ວິທີການແບບມາດຕະຖານ ຫຼື ເອີ້ນວ່າວິທີທາງກົງ:​ ຄືວິທີການອົບ ແຫ້ງດ້ວຍເຕົາອົບ ແລະ ວິທີທີສອງແມ່ນນຳໃຊ້ເຄື່ອງກວດຄວາມຊື່ນອີເລັກໂຕຣນິກ.

ວິທີການອົບແຫ້ງດ້ວຍເຕົາອົບ: ວິທີການອົບແຫ້ງ ແບບນີ້ຈະໃຊ້ເວລາດົນກວ່າ ແຕ່ຜົນທີ່ໜ້າເຊື່ອຸຖື ຄວາມ ຊຸ່ມໃນເມັດມີຄວາມສະໝໍ່າສະເໝີດີ. ມັນຈະຂື້ນຢູ່ກັບ ນໍ້າໜັກທີ່ຫລຸດລົງ. ຕົວຢ່າງເມັດພັນທັງໝົດຈະມີ ການຊັ່ງນໍ້ໜັກກ່ອນນໍາເຂົ້າເຕົາອົບ, ເມື້ອໝັ້ນໃຈວ່າ ຄວາມຊຸ່ມໃນເມັດຫລຸດລົງ (ແຫ້ງດີແລ້ງ) ແມ່ນຈະຊັ່ງ ນໍ່າໜັກຕົວຢ່າງເມັດພັນທັງໝົດຄືນອີກ. ການວັດ ແທກຄວາມຊຸ່ມໃນເມັດ ແມ່ນຄິດໄລ່ຈາກນໍ້າໜັກທີ່ສູນ ເສຍໄປ. ເນື່ອງຈາກການວັດແທກນ້ຳໜັກທີ່ມີຄວາມ ຖືກຕ້ອງແມ້ນຍຳສູງຈຶ່ງແມ່ນວິທີການທີ່ມີຄວາມຕ້ອງຖືກທີ່ສຸດ.

ການວັດແທກຄວາມຊຸ່ມແບບນີ້ມີຄວາມເຊື່ອຖືຫຼາຍ ພາຍຫຼັງຈາກທີ່ໄດ້ຖືກທົດສອບທຽບ. ນໍາໃຊ້ວິທີການອົບເມັດພັນດ້ວຍເຕົາອົບເພື່ອກຳໜົດການອ່ານຄ່າຄວາມຊຸ່ມໃນເມັດພັນເຂົ້າເປືອກທີ່ຖືກຕ້ອງ. ຕົວຢ່າງທີ່ີນໍາມາທົດສອບ ວັດແທກຄວາມຊຸ່ມໃນຊຸດດຽວກັນ (ຖາດຕົວຢ່າງດຽວກັນ) ໂດຍໃຊ້ເຄື່ອງແທກຄວາມຊື່ນ ແລະ ສົມທຽບຜົນໄດ້ຮັບ.

2. ການທົດສອບຄວາມງອກ

ການທົດສອບຄວມງອກ ປົກະຕິ ຈະປະຕິບັດ ຄັ້ງດຽວ ກ່ອນທີ່ ຕົກກ້າ ຫລື ເພາະປູກ ໂດຍຊາວກະສິກອນ. ການທົດສອບນີ້ແມ່ນຕິດຕາມຊ່ວງເວລາໃນການງອກ ແລະ ຄວາມແຂງແຮງສົມບູນດີຂອງເມັດພັນ.ການເກັບຕົວຢ່າງ: ຖ້າເມັດພັນກອງລວມກັນ ແລະ ມີຈໍານວນຫລາຍກະສອບ ຄວນ ສຸ່ມເກັບຈາກຫລາຍກະສອບ (ປະລິມານເລັກນ້ອຍຕໍ່ກະສອບ) ແລ້ວ ເອົາມາລວມກັນ. ຫຼັກການທົ່ວໄປໃນການກໍານົດຈໍານວນຖົງທີ່ຈະເປັນຕົວຢ່າງ ແມ່ນການເອົາຈໍານວນ ກະສອບທັງໝົດມາຖອນຮາກຂັ້ນສອງອອກເທົ່າໃດແລ້ວ ສຸ່ມເກັບໃນຈໍານວນນັ້ນ. ຍົກຕົວຢ່າງ: ຖ້າ ຫາກກອງເຂົ້າ ມີ ຈໍານວນ 9 ກະສອບ, ຮາກຂັ້ນສອງຂອງ 9 ແມ່ນ 3, ນັ້ນກໍໝາຍຄວາມວ່າໃຫ້ສຸ່ມເກັບຕົວຢາງ ໃນ 3 ກະສອບນັ້ນ;  ຖ້າກອງເຂົ້າ ຫາກມີຈໍານວນ 100 ກະສອບ ຮາກຂັ້ນສອງຂອງ 100 ແມ່ນ 10, ນັ້ນກໍໝາຍ ຄວາມວ່າໃຫ້ສຸຸ່ມເກັບຕົວຢາງ ໃນ 10 ກະສອບດັ່ງກ່າວ. 

ອຸປະກອນ ແລະ ວັດສະດຸ: ເພື່ອດໍາເນີນການທົດສອບຄວາມງອກ ທ່ານຈະຕ້ອງມີ:

  • ຖາດໃສ່ນໍ້າ ຫລື ຖາດຮອງ (ແກ້ວນ້ຳແບບແປ, ຕັດເຄິ່ງຕາມ ລວງຍາວ, ເພື່ອເຮັດເປັນຖາດຮອງ)
  • ວັດສະດຸທີ່ດູດສັບນ້ໍາໄດ້ດີ (ເຈ້ຍອະນາໄມ ຫຼື ຜ້າຂົນໜູແມ່ນ ເຫມາະສົມ)
  • ເມັດພັນເຂົ້າ
  • ກະບອກສີດນໍ້າ

ອັດຕາການແຕກງອກແມ່ນຕົວຊີ້ວັດເຖິງຄວາມແຂງແຮງ. ການແຕກງອກໄວຂອງເມັດພັນ ຈະເພີ່ມໂອກາດທີ່ເມັດ ພັນຢູ່ລອດໄດ້ໃນທົ່ງນາ.

ການຄິດໄລ່ອັດຕາການແຕກງອກ: ອັດຕາການແຕກຈາວແມ່ນ ຈຳນວນຕົວເລກສະເລ່ຍຂອງເມັດທີ່ແຕກງອກໃນ ໄລຍະ 5 ມື້ ແລະ 10 ມື້.

ຕົວຢ່າງ: ຖ້າມີ 86 ເມັດ (ຈາກຈຳນວນທັງໝົດ 100 ເມັດທີ່ທົດສອບ) ທີ່ແຕກງອກ ພາຍຫລັງການທົດສອບ 10 ມື້ = 86 x 100/1 = 86%

3. ການທົດສອບຄວາມບໍລິສຸດໃນຊຸດເມັດພັນ

4. ຄວາມບໍລິສຸດຂອງສາຍພັນ

ຮູບຮ່າງເມັດພັນເຂົ້າ: ເພື່ອໃຫ້ໄດ້ຮູບຮ່າງເມັດພັນ, ອັດຕາສ່ວນຂອງຄວາມຍາວກັບຄວາມກວ້າງ ນຳໃຊ້ສູດຄິດໄລ່ດັ່ງນີ້ :

5. ການສຸ່ມຕົວຢ່າງຕາມນ້ຳໜັກ

6. ເມັດພັນເຂົ້າສີແດງ

ເມັດເຂົ້າທີ່ມີເປືອກຫຸ້ມເມັດເປັນສີແດງຫຼາຍກວ່າ 25% ຂອງພື້ນທີ່ເປືອກຫຸ້ມ ຫຼື ແຕກແຫງເປັນເສັ້ນແດງໆ.

7. ບັນທຶກຂໍ້ມູນຄຸນະພາບຂອງຊຸດເມັດພັນ

ເອົາຕົວຢ່າງຂອງເຂົ້າທີ່ໄດ້ມາດໍາເນີນການທົດສອບຄຸນະພາບທີ່ໄດ້ອະທິບາຍຂ້າງເທິງ. ນຳໃຊ້ຜົນການທົດສອບມາຕື່ມໃສ່ໃນຕາຕະລາງບັນທຶກຕົວຢ່າງໃນຂ້າງລຸ່ມນີ້:

ຕົວຢ່າງຕາຕະລາງການລາຍງານຄຸນະພາບຂອງເມັດພັນເຂົ້່າ.

 

 

1. ປະເພດຂອງເມັດພັນເຂົ້າ

2. ການທົດສອບເມັດພັນເຂົ້າ

ຕົວຢ່າງເມັດພັນທີ່ຕາກແຫ້ງແລ້ວ ແມ່ນຈະໄດ້ສູ່ມເກັບຕົວຢ່າງ ແລ້ວ ສົ່ງຕົວຢ່າງ ໄປທົດສອບ ໃນຫ້ອງປະຕິບັດການ. ການທົດສອບເມັດພັນນີ້ ປະກອບມີການປະເມີນຜົນຕ່າງໆ:

 

ບົດຮຽນທີ່ຜ່ານມາ

Quiz

ບົດຮຽນຕໍ່ໄປ

ລັກສະນະຂອງເມັດພັນເຂົ້າ
ໂຄງຮ່າງຫຼັກສູດ
ໂຄງຮ່າງຫຼັກສູດ

ໂຄງຮ່າງຫຼັກສູດ

ການຈັດການເມັດພັນເຂົ້າໃນທົ່ງ

4 ບົດຮຽນ • 40 minutes
  • ການຜະລິດເມັດພັນເຂົ້າບໍລິສຸດ
  • ການຈັດການການປູກເຂົ້າ
  • ການຄັດເລືອກພື້ນທີ່ ແລະ ການກຽມດິນ
  • ການອະນຸບານຕົ້ນກ້າ
  • Quiz: ຕື່ມຂໍ້ມູນໃສ່ຊ່ອງຫວ່າງ

ການປຸງແຕ່ງເມັດພັນ ເຂົ້າ

4 ບົດຮຽນ • 40 minutes
  • ການຕາກເມັດພັນເຂົ້າ
  • ການປະເມີນທາງການເງີນໃນການຜະລິດເມັດພັນເຂົ້າ
  • ການທຳຄວາມສະອາດເມັດພັນເຂົ້າ
  • ການເກັບຮັກສາເມັດພັນ
  • Quiz: ຕື່ມຂໍ້ມູນໃສ່ຊ່ອງຫວ່າງ

ຄຸນະພາບຂອງເມັດພັນ ເຂົ້າ

4 ບົດຮຽນ • 30 minutes
  • ລັກສະນະຂອງເມັດພັນເຂົ້າ
  • ຄວາມໝາຍຂອງປັດໄຈດ້ານຄຸນະພາບຂອງເມັດພັນເຂົ້າ
  • ການກວດຄຸນະພາບເມັດພັນເຂົ້າ
  • ການຢັ້ງຢືນເມັດພັນເຂົ້າ
  • Quiz: ຕື່ມຂໍ້ມູນໃສ່ຊ່ອງຫວ່າງ

ຕະຫຼາດ &
ສະຖານທີ່ລັດຖະບານ

National Agriculture and Forestry Research Institute Department of Agriculture Extension and Cooperatives Ministry of Agriculture

ກ່ຽວ​ກັບ​ພວກ​ເຮົາ

IRRI is dedicated to abolishing poverty and hunger among people and populations that depend on rice-based agri-food systems.
ເມນູ
  • ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
© 2023 IRRI
×