ຄຸນະພາບຂອງເມັດພັນເຂົ້າຖືກກຳນົດໂດຍລັກສະນະທາງພັນທຸກໍາ ແລະ ສະລິລະວິທະຍາ. ອົງປະກອບດ້ານພັນ ທຸກໍາ ແມ່ນການລວບລວມເອົາຄວາມແຕກຕ່າງລະຫວ່າງສອງສາຍພັນ ຫຼື ຫຼາຍກວ່າສອງສາຍພັນຂຶ້ນໄປ ໃນຂະນະ ທີ່ຄວາມແຕກຕ່າງລະຫວ່າງຊຸດຂອງເມັດພັນ (ໃນສາຍພັນທຸກໍາດຽວກັນ) ປະກອບດ້ວຍ ອົງປະກອບທາງດ້ານສະ ລິລະວິທະຍາ. ປັດໄຈທາງພັນທຸກໍາທີ່ສາມາດມີອິດທິຜົນຕໍ່ຄຸນະພາບມີ:


ການເສື່ອມຂອງຄຸນະພາບເມັດເຂົ້າ ອາດເກີດຂື້ນໄດ້ຢູ່ຈຸດໃດຈຸດໜຶ່ງກໍໄດ້ ບໍ່ວ່າຈະເປັນໄລຍະການຈະເລີນເຕີບໂຕຂອງເຂົ້າ ຊຶ່ງເລີ່ມຕັ້ງແຕ່ການປະຕິສົນທິ (ການປະສົມພັນເຂົ້າ) ເປັນຕົ້ນໄປ. ຄຸນະພາບຂອງເມັດພັນຂຶ້ນຢູ່ກັບສະພາບທາງກາຍະພາບທີ່ຕົ້ນເຂົ້າສຳຜັດ ບໍ່ວ່າຈະເປັນໄລຍະການຈະເລີນເຕີບໂຕ ກໍຄືໄລຍະການເກັບກ່ຽວ, ການຜະລິດ, ການເກັບມ້ຽນ ແລະ ການປູກ.

ເມັດພັນຄຸນະພາບສູງແມ່ນເປັນຜົນມາຈາກຂັ້ນຕອນການປະຕິບັດການຜະລິດທີ່ດີ ເຊິ່ງລວມມີ:
- ການຮັກສາສາຍພັນບໍລິສຸດທີ່ຖືກ ຕ້ອງ;
- ເງື່ອນໄຂການຈະເລີນເຕີບໂຕດີ;
- ໄລຍະເວລາ ແລະ ວິທີການເກັບ ກ່ຽວທີ່ເໝາະສົມຖືກຕ້ອງ;
- ການປຸງແຕ່ງເມັດພັນທີ່ຖືກຕ້ອງລະຫວ່າງການກ່ຽວປັ່ນ, ທຳຄວາມ ສະອາດ, ແລະ ການຕາກ; ແລະ
- ລະບົບການເກັບຮັກສາ ແລະ ການ ກະຈາຍເມັດພັນທີ່ຖືກຕ້ອງ

1. ລັກສະນະຄວາມບໍລິສຸດຂອງແນວພັນ
ຄວາມບໍລິສຸດຂອງແນວພັນໝາຍເຖິງຄວາມບໍລິສຸດດ້ານພັນທຸກໍາ ຫຼື ແນວພັນ ແລະ ສາມາດກຳນົດໄດ້ດ້ວຍລັກສະນະກາຍະພາບ, ເຄມີ ແລະ ການປູກ.

2. ລັກສະນະຊຸດເມັດພັນເຂົ້າ (ກອງລວມກັນ)
ຄວາມໝາຍຂອງລັກສະນະຊຸດເມັດພັນເຂົ້າປະກອບກັບລະດັບຂອງຄວາມບໍ່ບໍລິສຸດ, ຂະ ໜາດເມັດ ແລະ ເມັດທີ່ຖືກທໍາລາຍ, ຜິດຮູບ ຫຼື ເປັນພະຍາດ.
ຄວາມບໍ່ບໍລິສຸດ: ລະດັບຂອງການປົນເປື້ອນດ້ວຍແກ່ນຫຍ້າ, ເມັດພັນເຂົ້າຊະນິດອື່ນ ຫຼື ພືດຊະນິດອື່ນໆ ແລະ ວັດຖຸທາດທີ່ມີນໍ້າໜັກເຊັ່ນ: ຫີນ, ຂີ້ຕົມ ຫຼື ກິ່ງຫ້ງາໄມ້ ທີ່ຖື່ວ່າເປັນສິ່ງເຈືອປົນ. ສິ່ງເຈືອປົນຈະສະແດງເປັນສ່ວຍຮ້ອຍຕໍ່ນ້ຳໜັກ.
ຂະໜາກເມັດ: ຄວາມອວບອິ່ມ (ຕື່ງເຕັມ) ແລະ/ຫຼື ຄວາມແຫນ້ນຂອງເມັດ ເປັນລັກສະນະຂອງເມັດພັນທີ່ຕ້ອງການທົ່ວໄປ. ລັກສະນະເຫຼົ່ານີ້ຊີບອກ ໃຫ້ເຫັນວ່າເມັດພັນມີໂອກາດທີ່ຈະສ້າງຕົ້ນກ້າທີ່ແຂງແຮງດີ ພາຍໃຕ້ເງື່ອນໄຂທີ່ເອື້ອອຳນວຍ (ເໝາະສົມ).
ເມັດທີ່ຖືກທຳລາຍ, ຜິດຮູບຮ່າງ ຫຼື ເມັດທີ່ຕິດເຊື້ອພະຍາດ: ເມັດພັນທີ່ມີຄຸນະພາບຕ່ຳ ມີພະຍາດທີ່ເກີດຈາກການນໍາໃຊ້ເມັດພັນທີ່ເປັນພະ ຍາດ, ແມງໄມ້ ແລະ ປັດໄຈພາຍນອກອື່ນໆ. ເມັດພັນທີ່ມີຄຸນະພາບສູງ ຄວນປາສະຈາກການແຕກຫັກທີ່ເກີດຈາກເຄື່ອງຈັກປະເພດຕ່າງໆ, ເມັດພັນທີ່ແຕກຫັກເຫລົ່ານີ້ຈະຫລຸດຜ່ອນການແຕກຈາວ ແລະ ຄວາມແຂງແຮງຂອງຕົ້ນກ້າ.
ເມັດເຂົ້າແດງ : ເມັດເຂົ້າແດງ ເປັນເຂົ້າທີ່ບໍ່ຕ້ອງການຂອງຕະຫຼາດເຂົ້າ, ສະນັ້ນໃນພື້ນຜີວເມັດເຂົ້າບໍ່ຄວນມີສີແດງຫຼາຍກວ່າ 25% ຫຼື ເສັ້ນແຕກ ສີແດງ
ຄວາມສາມາດມີຊີວິດຢູ່ ແລະ ຈະເລີນເຕີບໂຕໄດ້: ຄວາວມມີຊີວິດຂອງເມັດພັນ ຈະເປັນຕົວກຳນົດໃນລະດັບໃຫຍ່ຕັ້ງແຕ່ລະດັບຄວາມຊຸ່ມຂອງເມັດ ໃນການເກັບຮັກສາ, ຄວາມສາມດໃນການງອກ ແລະ ຄວາມແຂງແຮງຂອງຕົ້ນກ້າ.
ຄວາມຊຸ່ມຂອງເມັດພັນ: ຄວາມຊຸ່ມຂອງເມັດພັນ ມີຜົນຕໍ່ກັບຄວາມມີຊີວິດ ແລະ ຄວາມແຂງແຮງຂອງເມັດພັນ. ຄວາມຊຸ່ມຂອງເມັດພັນ ຄວນນ້ອຍ ກວ່າ 14% ໃນການເກັບຮັກສາໄລຍະສັ້ນ ແລະ ຄວນນ້ອຍກວ່າ 12% ສຳລັບການເກັບເປັນໄລຍະດົນ.
ເປີເຊັນຄວາມງອກ: ນີ້ໝາຍເຖິງອັດຕາສ່ວນຂອງຈຳນວນເມັດພັນທັງໝົດທີ່ມີຊີວິດ. ຊຶ່ງສາມາດກວດສອບໄດ້ ດ້ວຍການເຮັດການທົດສອບຄວາມ ງອກ ແລະ ນັບຈໍານວນຕົ້ນທີ່ງອກຕົວຈິງ. ພືດຫລາຍຊະໜິດມັກມີການພັກຕົວພາຍຫລັງການເກັບກ່ຽວ, ການເກັນຮັກສາເມັດພັນແບບດັ້ງເດີມ ທີ່ເກັບຮັກສາແບບລະບົບເປີດ, ເປີເຊັນການງອກຂອງເມັດພັນຈະເຊື່ອມລົງພາຍຫລັງການເກັບຮັກສາ 6 ເດືອນ.
ຄວາມແຂງແຮງຂອງເມັດພັນ: ລັກສະນະຂອງຄຸນະພາບທີ່ດີນີ້ ແມ່ນປະເມີນໄດ້ຈາກປະສິດທະພາບຂອງທົ່ງນາທີ່ມີທ່າແຮງ, ແລະ ຕົ້ນກ້າຈະເລີນ ງອກງາມດີ. ໃນຂະນະທີ່ຄວາມໄວຂອງການງອກຂອງຂອງແຕ່ລະແນວພັນ ແມ່ນມີຄວາມແຕກຕ່າງກັນ, ເມັດພັນຄວນດູດສັບຄວາມຊຸ່ມ ພາຍໃນ 2 ວັນ ເພື່ອກະຕຸ້ນໃຫ້ ແຕກໜໍ່ຈາວ (ຮາກອ່ອນ) ແລະ ພາຍໃນ 2 ວັນ ຈະສ້າງຮາກອອກມາ (radicle) ແລະ ໃບທຳອິດ (plumule) ພາຍໃນ 4 ວັນ. ໃນຊ່ວງນີ້ຖືວ່າເມັດພັນງອກອອກມາແລ້ວ.





1. ການວັດແທກຄວາມຊຸ່ມໃນເມັດ (MC)
ການວັດແທກຄວາມຊຸ່ມໃນເມັດ ມີສອງວິທີ: ວິທີການແບບມາດຕະຖານ ຫຼື ເອີ້ນວ່າວິທີທາງກົງ: ຄືວິທີການອົບ ແຫ້ງດ້ວຍເຕົາອົບ ແລະ ວິທີທີສອງແມ່ນນຳໃຊ້ເຄື່ອງກວດຄວາມຊື່ນອີເລັກໂຕຣນິກ.
ວິທີການອົບແຫ້ງດ້ວຍເຕົາອົບ: ວິທີການອົບແຫ້ງ ແບບນີ້ຈະໃຊ້ເວລາດົນກວ່າ ແຕ່ຜົນທີ່ໜ້າເຊື່ອຸຖື ຄວາມ ຊຸ່ມໃນເມັດມີຄວາມສະໝໍ່າສະເໝີດີ. ມັນຈະຂື້ນຢູ່ກັບ ນໍ້າໜັກທີ່ຫລຸດລົງ. ຕົວຢ່າງເມັດພັນທັງໝົດຈະມີ ການຊັ່ງນໍ້ໜັກກ່ອນນໍາເຂົ້າເຕົາອົບ, ເມື້ອໝັ້ນໃຈວ່າ ຄວາມຊຸ່ມໃນເມັດຫລຸດລົງ (ແຫ້ງດີແລ້ງ) ແມ່ນຈະຊັ່ງ ນໍ່າໜັກຕົວຢ່າງເມັດພັນທັງໝົດຄືນອີກ. ການວັດ ແທກຄວາມຊຸ່ມໃນເມັດ ແມ່ນຄິດໄລ່ຈາກນໍ້າໜັກທີ່ສູນ ເສຍໄປ. ເນື່ອງຈາກການວັດແທກນ້ຳໜັກທີ່ມີຄວາມ ຖືກຕ້ອງແມ້ນຍຳສູງຈຶ່ງແມ່ນວິທີການທີ່ມີຄວາມຕ້ອງຖືກທີ່ສຸດ.


ການວັດແທກຄວາມຊຸ່ມແບບນີ້ມີຄວາມເຊື່ອຖືຫຼາຍ ພາຍຫຼັງຈາກທີ່ໄດ້ຖືກທົດສອບທຽບ. ນໍາໃຊ້ວິທີການອົບເມັດພັນດ້ວຍເຕົາອົບເພື່ອກຳໜົດການອ່ານຄ່າຄວາມຊຸ່ມໃນເມັດພັນເຂົ້າເປືອກທີ່ຖືກຕ້ອງ. ຕົວຢ່າງທີ່ີນໍາມາທົດສອບ ວັດແທກຄວາມຊຸ່ມໃນຊຸດດຽວກັນ (ຖາດຕົວຢ່າງດຽວກັນ) ໂດຍໃຊ້ເຄື່ອງແທກຄວາມຊື່ນ ແລະ ສົມທຽບຜົນໄດ້ຮັບ.
2. ການທົດສອບຄວາມງອກ
ການທົດສອບຄວມງອກ ປົກະຕິ ຈະປະຕິບັດ ຄັ້ງດຽວ ກ່ອນທີ່ ຕົກກ້າ ຫລື ເພາະປູກ ໂດຍຊາວກະສິກອນ. ການທົດສອບນີ້ແມ່ນຕິດຕາມຊ່ວງເວລາໃນການງອກ ແລະ ຄວາມແຂງແຮງສົມບູນດີຂອງເມັດພັນ.ການເກັບຕົວຢ່າງ: ຖ້າເມັດພັນກອງລວມກັນ ແລະ ມີຈໍານວນຫລາຍກະສອບ ຄວນ ສຸ່ມເກັບຈາກຫລາຍກະສອບ (ປະລິມານເລັກນ້ອຍຕໍ່ກະສອບ) ແລ້ວ ເອົາມາລວມກັນ. ຫຼັກການທົ່ວໄປໃນການກໍານົດຈໍານວນຖົງທີ່ຈະເປັນຕົວຢ່າງ ແມ່ນການເອົາຈໍານວນ ກະສອບທັງໝົດມາຖອນຮາກຂັ້ນສອງອອກເທົ່າໃດແລ້ວ ສຸ່ມເກັບໃນຈໍານວນນັ້ນ. ຍົກຕົວຢ່າງ: ຖ້າ ຫາກກອງເຂົ້າ ມີ ຈໍານວນ 9 ກະສອບ, ຮາກຂັ້ນສອງຂອງ 9 ແມ່ນ 3, ນັ້ນກໍໝາຍຄວາມວ່າໃຫ້ສຸ່ມເກັບຕົວຢາງ ໃນ 3 ກະສອບນັ້ນ; ຖ້າກອງເຂົ້າ ຫາກມີຈໍານວນ 100 ກະສອບ ຮາກຂັ້ນສອງຂອງ 100 ແມ່ນ 10, ນັ້ນກໍໝາຍ ຄວາມວ່າໃຫ້ສຸຸ່ມເກັບຕົວຢາງ ໃນ 10 ກະສອບດັ່ງກ່າວ.
ອຸປະກອນ ແລະ ວັດສະດຸ: ເພື່ອດໍາເນີນການທົດສອບຄວາມງອກ ທ່ານຈະຕ້ອງມີ:
- ຖາດໃສ່ນໍ້າ ຫລື ຖາດຮອງ (ແກ້ວນ້ຳແບບແປ, ຕັດເຄິ່ງຕາມ ລວງຍາວ, ເພື່ອເຮັດເປັນຖາດຮອງ)
- ວັດສະດຸທີ່ດູດສັບນ້ໍາໄດ້ດີ (ເຈ້ຍອະນາໄມ ຫຼື ຜ້າຂົນໜູແມ່ນ ເຫມາະສົມ)
- ເມັດພັນເຂົ້າ
- ກະບອກສີດນໍ້າ

ອັດຕາການແຕກງອກແມ່ນຕົວຊີ້ວັດເຖິງຄວາມແຂງແຮງ. ການແຕກງອກໄວຂອງເມັດພັນ ຈະເພີ່ມໂອກາດທີ່ເມັດ ພັນຢູ່ລອດໄດ້ໃນທົ່ງນາ.
ການຄິດໄລ່ອັດຕາການແຕກງອກ: ອັດຕາການແຕກຈາວແມ່ນ ຈຳນວນຕົວເລກສະເລ່ຍຂອງເມັດທີ່ແຕກງອກໃນ ໄລຍະ 5 ມື້ ແລະ 10 ມື້.

ຕົວຢ່າງ: ຖ້າມີ 86 ເມັດ (ຈາກຈຳນວນທັງໝົດ 100 ເມັດທີ່ທົດສອບ) ທີ່ແຕກງອກ ພາຍຫລັງການທົດສອບ 10 ມື້ = 86 x 100/1 = 86%

3. ການທົດສອບຄວາມບໍລິສຸດໃນຊຸດເມັດພັນ

4. ຄວາມບໍລິສຸດຂອງສາຍພັນ

ຮູບຮ່າງເມັດພັນເຂົ້າ: ເພື່ອໃຫ້ໄດ້ຮູບຮ່າງເມັດພັນ, ອັດຕາສ່ວນຂອງຄວາມຍາວກັບຄວາມກວ້າງ ນຳໃຊ້ສູດຄິດໄລ່ດັ່ງນີ້ :

5. ການສຸ່ມຕົວຢ່າງຕາມນ້ຳໜັກ

6. ເມັດພັນເຂົ້າສີແດງ
ເມັດເຂົ້າທີ່ມີເປືອກຫຸ້ມເມັດເປັນສີແດງຫຼາຍກວ່າ 25% ຂອງພື້ນທີ່ເປືອກຫຸ້ມ ຫຼື ແຕກແຫງເປັນເສັ້ນແດງໆ.

7. ບັນທຶກຂໍ້ມູນຄຸນະພາບຂອງຊຸດເມັດພັນ
ເອົາຕົວຢ່າງຂອງເຂົ້າທີ່ໄດ້ມາດໍາເນີນການທົດສອບຄຸນະພາບທີ່ໄດ້ອະທິບາຍຂ້າງເທິງ. ນຳໃຊ້ຜົນການທົດສອບມາຕື່ມໃສ່ໃນຕາຕະລາງບັນທຶກຕົວຢ່າງໃນຂ້າງລຸ່ມນີ້:
ຕົວຢ່າງຕາຕະລາງການລາຍງານຄຸນະພາບຂອງເມັດພັນເຂົ້່າ.



1. ປະເພດຂອງເມັດພັນເຂົ້າ

2. ການທົດສອບເມັດພັນເຂົ້າ
ຕົວຢ່າງເມັດພັນທີ່ຕາກແຫ້ງແລ້ວ ແມ່ນຈະໄດ້ສູ່ມເກັບຕົວຢ່າງ ແລ້ວ ສົ່ງຕົວຢ່າງ ໄປທົດສອບ ໃນຫ້ອງປະຕິບັດການ. ການທົດສອບເມັດພັນນີ້ ປະກອບມີການປະເມີນຜົນຕ່າງໆ:

