• ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
ຫຼັກສູດທັງໝົດ ການຄຸ້ມຄອງສັດຕູພືດ ການປ້ອງກັນພືດແບບ ປະສົມປະສານ (IPM)

ລະບົບນິເວດຂອງເຂົ້າ

ລະບົບນິເວດເຂົ້າ ແມ່ນເປັນຊຸມຊົນທາງຊີວະວິທະຍາຂອງສິ່ງມີຊີວິດ (ເຊັ່ນ: ພືດ, ສັດ ແລະ ຈຸລະຊີບ) ປະຕິສຳ ພັນເຊິ່ງກັນແລະກັນ ແລະ ສິ່ງແວດລ້ອມບໍ່ມີ ຊີວິດຕ່າງໆ (ອາກາດ, ພື້ນດິນ, ແສງແດດ, ດິນ, ສະພາບອາກາດ, ອຸ່ນຫະພູມ, ນໍ້າ ຯລຯ). ສິ່ງມີຊີວິດທີ່ເອີ້ນວ່າ ປັດໄຈຊີວະພາບ ແລະ ສິ່ງ ບໍ່ມີຊີວິດແມ່ນປັດໄຈອະຊີວະພາບ (ທາດແຮ່ຈ່ານຕ່າງໆ)

ລະບົບນິເວດເຂົ້າເປັນພື້ນທີ່ທີ່ປູກຕົ້ນເຂົ້າ. ໂດຍປົກກະຕິແລ້ວ ຂຶ້ນຢູ່ກັບຄວາມຮູ້ກ່ຽວກັບການສຶກສາແຫຼ່ງນ້ຳຂອງພື້ນທີ່ການເຮັດນາ ສະພາບແວດລ້ອມຂອງເຂົ້າສາມາດແຍກປະເພດອອກເປັນ 4 ປະເພດຄື:

ລະບົບນິເວດເຂົ້າໄຮ່ພູສູງທີ່ອາໄສນ້ຳຝົນ ທີ່ປູກໃນເຂດພື້ນພູດອຍ (ພາຍໃຕ້ສະພາບແຫ້ງແລ້ງບໍ່ມີລະບົບຊົນລະປະທານ), ເມັດພັນຈະ ຖືກຫວ່ານ ຫຼື ບໍ່ກໍຊັກໃສ່ດິນແຫ້ງໆກ່ອນລະດູຝົນ. ໃນດິນຍັງເມັດພືດ ອື່ນໆຢູ່ລະຫວ່າງລະດູການການປູກຝັ່ງ, ໂດຍປົກກະຕິແລ້ວສຳລັບ ພືດຊະນິດໜຶ່ງທີ່ໃຫ້ຜົນຜະລິດຂ້ອນຂ້າງຕ່ຳ ແລະ ຫຼາຍໆປັດໄຈທີ່ຈຳ ກັດຜົນການຜະລິດປະກອບກັບໄພແຫ້ງແລ້ງ ແລະ ຫຍ້າອີກດ້ວຍ.

ລະບົບນິເວດເຂົ້າໃນເຂດຊົນລະປະທານ ເປັນປະເພດຫຼັກທີ່ພົບ ທົ່ວໄປໃນຂົງເຂດອາຊີຕາເວັນອອກ. ນາເຂົ້າທົ່ງພຽງໃນເຂດລະບົບ ຊົນລະປະທານ ທີ່ປູກເຂົ້າຫຼາຍໆໄຮ່ທີ່ມີລະບົບສະໜອງນ້ຳພຽງ ພໍ ສຳລັບການປູກພືດໜຶ່ງ ຫຼື ຫຼາຍປະເພດຕໍ່ປີ. ການມີນໍ້າສະໜອງ ແລະ ສາມາດຄວບຄຸມລະບົບນ້ຳເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງ ແລະ ຄວາມຫຼົ້ມເຫຼວໃນການປູກ ສົ່ງຜົນໃຫ້ຊາວນາລົງທຶນຊື້ຝຸ່ນເພື່ອ ໃຫ້ໄດ້ຜົນຜະລິດທີ່ສູງຂຶ້ນ.

ລະບົບນິເວດເຂົ້ານາປີເຂດທົ່ງພຽງ ອາດພົບເຫັນໄດ້ໃນພື້ນທີ່ຄ້າຍກັນກັບລະບົບ ນິເວດເຂົ້ານາທົ່ງພຽງໃນເຂດຊົນລະປະທານ. ແນວໃດກໍຕາມ,​ ພື້ນທີ່ເຫຼົ່ານີ້ບໍ່ມີລະບົບ ສະໜອງນ້ຳ ແລະ ການຄວບຄຸມນ້ຳສຳລັບການຊົນລະປະທານ. ພື້ນທີ່ເຫຼົ່ານີ້ແມ່ນອາ ໄສນ້ຳຝົນເພື່ອສະໜອງນໍ້າໃສ່ທົ່ງນາ ແລະ ນາໃນລັກສະນະນີ້ມີທ່າອ່ຽງທີ່ຈະ ປະສົບ ໄພແຫ້ງແລ້ງ ແລະ ຖືກນ້ຳຖ້ວມ. ຄວາມເຄັມຂອງດີນກໍອາດເປັນບັນຫາໜຶ່ງໃນ ເຂດຊາຍຝັ່ງທະເລທີ່ນ້ຳທະເລຖ້ວມເຂດການຜະລິດເຂົ້າ,​ ແຕ່ຫາກບໍ່ມີລະບົບນ້ຳຈືດ ຊົນລະປະທານ ເພື່ອຈຳກັດນ້ຳເຄັມແລ້ວ ການຜະລິດເຂົ້າໃນລະບົບນິເວດເຫຼົ່ານີ້ ມັກຖືກຂັດຂວາງໂດຍໄພ້ແລ້ງ, ນ້ຳຖ້ວມເຂດການຜະລິດເຂົ້າ ແລະ ປັນຫາເລື່ອງດິນ ທີ່ກ່ຽວພັນກັນສົ່ງຜົນໃຫ້ຜົນຜະລິດຕ່ຳລົງ ແລະ ມີອັດຕາຄວາມທຸກຍາກສູງ.

ລະບົບນິເວດນາເຂົ້າທີ່ຖືກນ້ຳຖ້ວມ ແມ່ນຢູ່ໃນເຂດພື້ນທີ່ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມທີ່ບໍ່ສາມາດຄວບຄຸມໄດ້ ໃນລະຫວ່າງຊ່ວງລະດູຝົນ ເລີ່ມຕັ້ງແຕ່ເດືອນ ມີນາ ຫາ ພະຈິກ. ລະດັບນ້ຳອາດສູງເຖິງ 4 ແມັດໃນຊ່ວງໄລຍະນ້ຳຖ້ວມ. ສາຍພັນເຂົ້າຖືກເລືອກ ປູກຕາມລະດັບຄວາມທົນທານຕໍ່ການຈົມນ້ຳ ຊຶ່ງເອີ້ນວ່າ: ເຂົ້າລອຍນ້ຳ ຫຼື ເຂົ້ານ້ຳເລິກ ມີຄວາມຍາວ 2-3 ແມັດ ແລະ ມີລັກສະນະພິເສດຄືສາມາດຍືດລຳ ຕົ້ນສູງ ເມື່ອນ້ຳເພີ່ມຂຶ້ນ ແຕ່ຜົນຜະລິດຕ່ຳ ແລະ ບໍ່ຄົງທີ່ເລີ່ມແຕ່ 1-3 ໂຕນ/ເຮັກຕາ ຕາມປົກກະຕິ.

ໃນແຕ່ລະປີ ຜົນເກັບກ່ຽວເຂົ້າປະມານ 37% ສູນເສຍຍ້ອນແມງສັດຕູພືດ ແລະ ພະຍາດພືດຕ່າງໆ ທີ່ອາດສົ່ງຜົນກະທົບໂດຍກົງຕໍ່ ລາຍຮັບ ແລະ ຜົນກຳໄລຂອງຊາວກະສິກອນ 

ສັດຕູຕາມທຳມະຊາດໃນນາເຂົ້າມີຢູ່ 2 ຊະນິດ:

ສັດຕູຕາມທຳມະຊາດໃນນາເຂົ້າມີຢູ່ 2 ຊະນິດ:

 

ປັດໄຈພາຍນອກ ຫຼື ABIOTIC FACTORS:

  • ເປັນອົງປະກອບທີ່ຈຳເປັນຕໍ່ກັບການພັດທະນາການປູກເຂົ້າ ແລະ ການປ່ຽນແປງຕາມການເວລາ (ປີ, ເດືອນ, ລະດູການ…) ແລະ ໄລ ຍະຫ່າງ (ເຂດນິເວດທີ່ຕ່າງກັນ….) ແລະ ສົ່ງຜົນກະທົບຕໍ່ປັດໄຈຊີວະ ພາບເຊັ່ນ: ການຈະເລີນເຕີບໂຕຂອງຕົ້ນເຂົ້າ, ການລະບາດຂອງແມງ ໄມ້ສັດຕູພືດ ແລະ ພະຍາດຕ່າງໆ, …
  • ສິ່ງມີຊີວິດຈຸລິນຊີທີ່ແຕກຕ່າງກັນຕ້ອງການປັດໄຈພາຍນອກເພື່ອດຳລົງຊີວິດ. ສິ່ງມີຊີວິດຈຸລິນຊີຕ່າງໆມີລຳດັບຄວາມທົນທານທີ່ແຕກ ຕ່າງກັນສຳລັບປັດໄຈພາຍນອກທີ່ແຕກຕ່າງກັນ.
  • ເຖິງວ່າຈະຕັດສິນໃຈວ່າສິ່ງມີຊີວິດໃດຈະຢູ່ລອດໃນລະບົບນິເວດໃດ ໜຶ່ງ ແລະ ຈຳນວນຂອງພວກມັນທີ່ຈະສາມາດມີຊີວິດຢູ່ຕໍ່ໄປໄດ້.

ປັດໄຈພາຍນອກ ຫຼື ABIOTIC FACTORS:

  • ເປັນອົງປະກອບທີ່ຈຳເປັນຕໍ່ກັບການພັດທະນາການປູກເຂົ້າ ແລະ ການປ່ຽນແປງຕາມການເວລາ (ປີ, ເດືອນ, ລະດູການ…) ແລະ ໄລ ຍະຫ່າງ (ເຂດນິເວດທີ່ຕ່າງກັນ….) ແລະ ສົ່ງຜົນກະທົບຕໍ່ປັດໄຈຊີວະ ພາບເຊັ່ນ: ການຈະເລີນເຕີບໂຕຂອງຕົ້ນເຂົ້າ, ການລະບາດຂອງແມງ ໄມ້ສັດຕູພືດ ແລະ ພະຍາດຕ່າງໆ, …
  • ສິ່ງມີຊີວິດຈຸລິນຊີທີ່ແຕກຕ່າງກັນຕ້ອງການປັດໄຈພາຍນອກເພື່ອດຳລົງຊີວິດ. ສິ່ງມີຊີວິດຈຸລິນຊີຕ່າງໆມີລຳດັບຄວາມທົນທານທີ່ແຕກ ຕ່າງກັນສຳລັບປັດໄຈພາຍນອກທີ່ແຕກຕ່າງກັນ.
  • ເຖິງວ່າຈະຕັດສິນໃຈວ່າສິ່ງມີຊີວິດໃດຈະຢູ່ລອດໃນລະບົບນິເວດໃດ ໜຶ່ງ ແລະ ຈຳນວນຂອງພວກມັນທີ່ຈະສາມາດມີຊີວິດຢູ່ຕໍ່ໄປໄດ້.

ຊະນິດການປະຕິສຳພັນກັນລະຫວ່າງປັດໄຈຊີວະພາບ:

  • ຄວາມສຳພັນແບບຍາດແຍ່ງ: ແມ່ນການແຂ່ງຂັນລະຫວ່າງ 2 ຫຼື ຫຼາຍຊະນິດຂຶ້ນໄປ ເພື່ອອາຫານ, ພື້ນທີ່ຢູ່ອາໄສ… ເປັນຜົນໃຫ້ຊະນິດພັນນີ້ທຳລາຍຊະນິດພັນອື່ນໆ. ໃນລະບົບນິເວດນາເຂົ້າ ຕົ້ນເຂົ້າຈະຍາດແຍ່ງກັບຫຍ້າສັດຕູພືດເພື່ອໃຫ້ໄດ້ທາດອາ ຫານ: ດິນ, ນ້ຳ, ແສງແດດ … ຖ້າຫາກວ່າຫຍ້າຈະເລີນເຕີບໂຕໄດ້ດີ ຕົ້ນເຂົ້າກໍຈະແຂງ ແຮງນ້ອຍລົງ.  
  • ຄວາມສຳພັນແບບຊີວະພາບ: ໃນລະບົບນິເວດຂອງນາເຂົ້າ ມີສິ່ງມີຊີວິດຂະຫນາດ ນ້ອຍ ຈຳພວກ symbiotic cyanobacteria ທີ່ອາໄສຮ່ວມກັບຜັກຕົບນ້ຳ (Azollaceae) ເພື່ອຮັກສາທາດ nitrogen ທີ່ຈຳເປັນຕໍ່ການປູກເຂົ້າ.
  • ຄວາມສຳພັນກັນແບບພືດກາຝາກ: ການປະຕິສຳພັນກັນລະຫວ່າງຊະນິດພັນທີ່ ອາໄສໃນສິ່ງມີຊີວິດອື່ນສາມາດເປັນອັນຕະລາຍ ແລະ ຂ້າເຈົ້າບ້ານໄດ້ (ເຊື້ອລາ, ບັກເຕີຣີ ທີ່ເປັນອັນຕະລາຍຕໍ່ເຂົ້າ).
  • ຄວາມສຳພັນແບບຜູ້ລ່າ/ແມງໄມ້ສັດຕູພືດກາຝາກ: ມີປັດໄຈຫຼັກສອງປະການໃນລະ ບົບນິເວດຂອງເຂົ້າ ເຊິ່ງໄດ້ແກ່ປັດໄຈດ້ານຊີວະພາບເຊັ່ນ: ຕົ້ນເຂົ້າ, ແມງໄມ້, ຈຸລິນຊີ ແລະ ສັດອື່ນໆ… ແລ ະປັດໄຈສິ່ງບໍ່ມີຊີວິດ/ພາຍນອກປະກອບດ້ວຍ: ດິນ, ນ້ຳ, ແສງ ແດດ, ອຸນຫະພູມ, ຄວາມຊຸ່ມຊື່ນ, ນ້ຳຝົນ, ປັດໄຈອົງຄະທາດ ແລະ ທາດອະນົງ ຄະທາດຕ່າງໆ… ແລະ ພວກມັນປະຕິສໍາພັນເຊິ່ງກັນ ແລະ ກັນເພື່ອປ່ຽນຮູບລະ ບົບນິເວດໃນທຳມະຊາດ.  

  • ໃນລະບົບນິເວດຂອງນາເຂົ້າ ມີແມງໄມ້ສັດຕູພືດຈຳນວນຫຼາຍທີ່ເກີດຂຶ້ນ ໃນທຸກໄລຍະ ຂອງການປູກເຂົ້າໄດ້ແກ່: ສັດຕູພືດ, ແມງໄມ້ສັດຕູພືດ, ພະຍາດ, ໜູ ແລະ ຫອຍ. ໂດຍປົກກະຕິ, ຄວາມສຳພັນກັນ ລະຫວ່າງ ຕົ້ນເຂົ້າ-ແມງໄມ້ສັດຕູພືດ-ສັດຕູຕາມ ທຳມະຊາດ ເຮັດໃຫ້ເກີດຄວາມສົມດຸນໃນລະບົບນິເວດຂອງເຂົ້າ ເນື່ອງຈາກສັດຕູຕາມ ທຳມະຊາດອາດຄວບຄຸມປະຊາກອນຂອງແມງໄມ້ສັດຕູພືດຕ່າງໆໃຫ້ຕ່ຳກວ່າລະດັບ ຄວາມເສຍຫາຍໂດຍການເປັນຜູ້ລ້າ ຫຼື ເປັນກາຝາກບຽດບຽນໃນຮ່າງກາຍເຈົ້າບ້ານ (ຕົວຢ່າງ: ແມງມຸມ Lycosa, ແມງມຸມໝາປ່າ, ດ້ວງກົ້ນຊີ້, ດ້ວງດິນ… ຫຼື ພວກກາ ຝາກ) ທີ່ປ້ອງກັນການລະບາດຂອງແມງໄມ້ສັດຕູພືດ.
  • ໂດຍທົ່ວໄປແລ້ວ ສັດຕູຕາມທຳມະຊາດມີສ່ວນໃນການປ້ອງກັນ ແລະ ກໍາຈັດສັດຕູເຂັ້າ ແບບປະສົມປະສານ ແມ່ນມີຄວາມສຳຄັນຫຼາຍໃນການເຮັດໃຫ້ຄວາມຫຼາກຫຼາຍທາງ ຊີວະນາໆພັນໃນລະບົບນິເວດນາເຂົ້າ. ຄວາມສຳພັນກັນລະຫວ່າງຜູ້ລ່າ, ແມງໄມ້ກາ ຝາກ ແລະ ແມງໄມ້ສັດຕູພືດແມ່ນມີຄວາມສຳຄັນຫຼາຍ. ໃນທຳມະຊາດ, ຜູ້ລ່າ/ກາຝາກ ມັກມີແນວໂນ້ມໃນການຈຳກັດແມງໄມ້ສັດຕູພືດຢູ່ສະເໝີ ເພື່ອສ້າງຄວາມສົມດຸນ ໃນລະບົບນິເວດ. ດັ່ງນັ້ນ, ພວກມັນຕ້ອງໄດ້ຮັບການປົກປ້ອງໂດຍນຳໃຊ້ວິສະວະກຳນິ ເວດວິທະຍາ ແລະ ຫຼຸດການໃຊ້ຢາຂ້າແມງໄມ້, ນຳໃຊ້ຢາໂດຍມີການເລືອກເຟັ້ນ ແລະໂດຍສະເພາະຢ່າງຍິ່ງແມ່ນຢາຂ້າແມງໄມ້ແບບຊີວະພາບ

  • ປັດໄຈພາຍນອກ ຫຼື Abiotic factors (ປັດໄຈອະຊີວະພາບ ຫຼື ປັດໄຈທາງກາຍະພາບ): ດິນ, ນ້ຳ, ຄວາມຊຸ່ມຊື່ນ, ອຸນຫະພູມ, ແສງ, ນ້ຳຝົນ ແລະ ລົມ. 
  • ປັດໄຈຊີວະພາບ ຫຼື biotic factors: + ພືດເຈົ້າບ້ານ: ເຂົ້າ+ ແມງໄມ້ສັດຕູພືດ: ເພ້ຍຈັກຈັ່ນສີນ້ຳຕານ, ບົ້ງເຈາະລຳ,  ບົ້ງປອກ, ບົ້ງກໍ້, ມອດເຂົ້າ, ສັດຕູພືດ, ສັດອື່ນໆເຊັ່ນ: ໜູ, ຫອຍ, ເພ້ຍແປ້ງຮວງ, ເຊື້ອລາ, ບັກເຕີຣີ, ຈຸລະຊີບ, ຯລຯ ….

    + ສັດຕູຕາມທຳມະຊາດ: ບັນດາປາ, ເປັດ, ກົບຂຽດ, ດ້ວງເຕົ່າ, ມອດ  ໝາກເລັ່ນ (Miridae), ແມງແຄງ, ດ້ວງດິນ (Ground beetles), ຕໍ່ກາຝາກ, ໜອນດ້ວງກໍ/ດ້ວງເຈາະລຳ… ສັດຕູທຳມະຊາດບາງຈຳ ພວກເຊັ່ນ: ເຊື້ອລາ, ບັກເຕີຣີ, ຈຸລະຊີບກາຝາກແມງໄມ້ທີ່ກໍ່ໃຫ້ເກີດການ ລະບາດ…

    + ຊີວະອະນຸພາກໃນດິນ: ປະກອບດ້ວຍຈຳພວກຈຸລິນຊີໃນດິນໄດ້ແກ່ຈຸ ລິນຊີ autotrophic ແລະ heterotrophic.

 

ບົດຮຽນທີ່ຜ່ານມາ

ຜົນໄດ້ຮັບຈາກການເຮັດກະສິກຳແບບ IPM

ບົດຮຽນຕໍ່ໄປ

ລະບົບນິເວດຂອງເຂົ້າ
ໂຄງຮ່າງຫຼັກສູດ
ໂຄງຮ່າງຫຼັກສູດ

ໂຄງຮ່າງຫຼັກສູດ

ການດຳເນີນການຕາມລະບົບ IPM ໃນຊ່ວງໄລຍະການຈະເລີນເຕີບໂຕຂອງຕົ້ນເຂົ້າ

3 ບົດຮຽນ • 30 minutes
  • ແມງໄມ້ສັດຕູພືດທີ່ສຳຄັນໃນແຕ່ລະໄລຍະການຈະເລີນເຕີບໂຕຂອງຕົ້ນເຂົ້າ
  • ຫຼັກການຂອງ IPM ໃນໄລຍະເລີ່ມຖອກຮວງຈົນຮອດໄລຍະດອກບານ
  • ຫຼັກການຂອງ IPM ໃນໄລຍະຍັງເປັນຕົ້ນກ້າ

ການປ້ອງກັນພືດແບບປະສົມປະສານ: ພາກນຳສະເໜີ

3 ບົດຮຽນ • 30 minutes
  • ຄວາມໝາຍຄວາມສຳຄັນ
  • ຫຼັກການ ແລະ ອົງປະກອບຕ່າງໆ
  • ຜົນໄດ້ຮັບຈາກການເຮັດກະສິກຳແບບ IPM

ລະບົບນິເວດຂອງເຂົ້າ

5 ບົດຮຽນ • 50 minutes
  • ລະບົບນິເວດຂອງເຂົ້າ
  • ແມງໄມ້ສັດຕູພືດ ແລະ ພະຍາດພືດທີ່ພົບທົ່ວໄປ
  • ສັດຕູທຳມະຊາດ
  • ກິດຈະກຳເບື້ອງຕົ້ນຢູ່ໃນລະບົບນິເວດນາເຂົ້າ
  • ອົງປະກອບຫຼັກຂອງລະບົບນິເວດນາເຂົ້າ

ຕະຫຼາດ &
ສະຖານທີ່ລັດຖະບານ

National Agriculture and Forestry Research Institute Department of Agriculture Extension and Cooperatives Ministry of Agriculture

ກ່ຽວ​ກັບ​ພວກ​ເຮົາ

IRRI is dedicated to abolishing poverty and hunger among people and populations that depend on rice-based agri-food systems.
ເມນູ
  • ໜ້າຫຼັກ
  • ຫຼັກສູດ
  • ສະຖານທີ່ບໍລິການ
  • ຊັບ​ພະ​ຍາ​ກອນ
  • ຂ່າວ
LA
English
Lao (Lao P.D.R.)
logo
© 2023 IRRI
×